• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜະລິດຕະພັນຊາຂອງ ຫວຽດນາມ ໄດ້ຮັບລາງວັນ “ຊາໂລກ”

      ບັນດາຜະລິດຕະພັນຊາຂອງ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດານັກຊ່ຽວຊານສາກົນ.

      ລາງວັນ “ການແຂ່ງຂັນສາກົນກ່ຽວກັບຊາໂລກຄັ້ງທີ 1 – AVPA Paris 2018” ໄດ້ຈັດຕັ້ງພິທີມອບຫວ່າງແລ້ວນີ້ຢູ່ປາຣີ, ປະເທດ ຝລັ່ງ.
       ຫວຽດນາມ ເຂົ້າຮ່ວມແຂ່ງຂັນດ້ວຍບັນດາຜະລິດຕະພັນຊາໄດ້ຮັບການຜະລິດຢູ່ແຂວງ ທ໊າຍງວຽນ, ໄຕໂກນຫຼີງ (ຮ່າຢາງ), ມົກເຈົາ (ເຊີນລາ). ບັນດາຜະລິດຕະພັນຊາທັງໝົດຂອງ ຫວຽດນາມ ລ້ວນແຕ່ຍາດໄດ້ລາງວັນຂອງ AVPA, ໃນນັ້ນມີຊາຂຽວ Rizoté ທ໊າຍງວຽນ ຍາດໄດ້ລາງວັນຂັນເງິນ, ຊາດຳ Carosa ໄຕໂກນຫຼີງ ຍາດໄດ້ລາງວັນຂັນທອງ.
        ບັນດາຜະລິດຕະພັນຊາຂອງ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດານັກຊ່ຽວຊານສາກົນ. ທ່ານນາງ Barbara Dufrene, ອະດີດເລຂາຄະນະກຳມະການຊາຂອງ ສະຫະພາບເອີລົບ, ປະຈຸບັນຮັບຜິດຊອບວຽກງານສື່ມວນຊົນ ແລະ ກວດກາຄຸນນະພາບຊານຳເຂົ້າເອີລົບ, ຕີລາຄາວ່າ:
        ຂ້າພະເຈົ້າຄິດວ່າ, ຫວຽດນາມ ມີແຫຼ່ງຊາອັນໃຫຍ່ຫຼວງ ແລະ ສ່ວນໜຶ່ງໃນຈຳນວນນັ້ນແມ່ນສະຫງວນໃຫ້ແກ່ການສົ່ງອອກ. ພວກເພື່ອນມີບາງຂໍ້ລິເລີ່ມແທດຈິງ ເພື່ອໂຄສະນາຄຸນຄ່າຂອງບັນດາຜະລິດຕະພັນຊາມີຄຸນນະພາບສູງ, ມີລົດຊາດດັ້ງເດີມ, ແມ່ນບັນດາຜະລິດຕະພັນຊາຂອງທ້ອງຖິ່ນ. ພາກເໜືອ ຫວຽດນາມ ນອນໃນເຂດເຊິ່ງພວກຂ້າພະເຈົ້າເອີ້ນວ່າ ເຂດ 3 ຫຼ່ຽມຄຳ, ແມ່ນອູ່ຂອງຕົ້ນຊາ. ຢູ່ທີ່ນີ້, ມີບັນດາຜະລິດຕະພັນມີຄຸນນະພາບ, ບັນດາຜະລິດຕະພັນເລີ່ມຕົ້ນໄດ້ນຳເຂົ້າຕະຫຼາດເອີລົບ ເຊິ່ງ ພວກຂ້າພະເຈົ້າຕີລາຄາສູງທີ່ສຸດ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top