ຂ່າວສານ
ປະທານສະພາແຫ່ງຊາດເຈິ່ນແທັງເໝິນ: ສະພາແຫ່ງຊາດຊຸດທີ XVI ຕ້ອງແມ່ນອາຍຸການຂອງການສ້າງສາລະບອບລະບຽບການພັດທະນາ
ກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍປະຕິບັດກຳນົດທິດສ້າງກົດໝາຍອາຍຸການຂອງສະພາແຫ່ງຊາດຊຸດທີ XVI ຕອນເຊົ້າວັນທີ 16 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເຊື່ອໝັ້ນວ່າຈິດໃຈປ່ຽນແປງໃໝ່, ຄວາມຮັບຜິດຊອບຢ່າງສູງຂອງບັນດາອົງການ, ສຳນັກງານຈະປະກອບສ່ວນສ້າງອາຍຸການສະພາແຫ່ງຊາດຊຸດທີ XVI ແມ່ນອາຍຸການຂອງການສ້າງລະບອບລະບຽບການພັດທະນາ. ໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (1930 - 2030) ແລະ 100 ປີແຫ່ງວັນສະຖາປະນາປະເທດ ສສ.ຫວຽດນາມ (2/9/1945-2/9/2045) ແມ່ນຈຸດເວລາເພື່ອໃຫ້ຫວຽດນາມ ມີລະບົບກົດໝາຍທີ່ມີຄຸນນະພາບສູງ, ຄົບຊຸດ, ທັນສະໄໝ, ກ້າວໜ້າ, ຫຍັບໃກ້ເຂົ້າກັບບັນດາມາດຖານ ແລະ ທຳນຽມສາກົນ, ເໝາະສົມກັບສະພາບຕົວຈິງຂອງຫວຽດນາມຢ່າງເລິກເຊິ່ງ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີວ່າ:
ລັດຖະບານຮັບຜິດຊອບການປະຕິບັດ 171/192 ໜ້າທີ່ສ້າງກົດໝາຍຂອງທັງອາຍຸການ, ຕ້ອງຮີບເຮັ່ງປະຕິບັດສຳເລັດການສຳຫຼວດກວດຄືນ, ຄົ້ນຄ້ວາປັບປຸງເອກະສານສະບັບຕ່າງໆເພື່ອແກ້ໄຂຮົ້ວກີດຂວາງຢ່າງທັນການ, ສູ້ຊົນ ນຳການເຕີບໂຕ ບັນລຸເປົ້າໝາຍລະດັບ 2 ຕົວເລກ, ເຄື່ອນໄຫວກົງຈັກຮູບແບບອຳນາດການປົກຄອງສາມຂັ້ນ ຢ່າງສະດວກ. ບັນດາອົງການຮຽບຮຽງປະຕິບັດການຮັບເອົາຄຳເຫັນຂອງບັນດາເປົ້າໝາຍຖືກຜົນກະທົບ, ແກ້ໄຂເລື່ອງເອກະສານເມື່ອສ້າງຕັ້ງ ບໍ່ມີຄຳເຫັນປະກອບ ແຕ່ເມື່ອປະກາດໃຊ້ພັດພົບປະຕິກິລິຍາຈາກເປົ້າໝາຍຖືກຜົນກະທົບ.






