ສອງຝ່າຍສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການໃຫ້ສັດຕະຍາບັນ ແລະ ຜັນຂະຫຍາຍໂຄງການໜູນຊ່ວຍຂອງລັດຖະບານ ຫວຽດນາມສະຫງວນໃຫ້ແກ່ກະຊວງຍຸຕິທຳລາວ ກ່ຽວກັບການຍົກສູງຄວາມສາມາດທາງດ້ານວຽກງານກົດໝາຍໃຫ້ແກ່ພະນັກງານກະຊວງຍຸຕິທຳລາວ.
ທ່ານ ຮ່ວາງແທັງຕຸງ ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຍຸຕິທຳລາວ ຄຳພັນ ພົມມະທັດ. (ພາບ: VOV)
ໃນຂອບເຂດກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວເປີດກ້ວາງຄັ້ງທີ 7 ທີ່ໄດ້ດຳເນີນແຕ່ວັນທີ 15 – 18 ມິຖຸຸນາ, ຕອນເຊົ້າວັນທີ 16 ມິຖຸນາ, ຢູ່ສຳນັກງານກະຊວງຍຸຕິທຳ, ຮ່າໂນ້ຍ, ທ່ານ ຮ່ວາງແທັງຕຸງ ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ໄດ້ພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຍຸຕິທຳລາວ ຄຳພັນ ພົມມະທັດ.
ທ່ານລັດຖະມົນຕີ ຮ່ວາງແທັງຕຸງ ສະເໜີ ສອງຝ່າຍສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການໃຫ້ສັດຕະຍາບັນ ແລະ ຜັນຂະຫຍາຍໂຄງການໜູນຊ່ວຍຂອງລັດຖະບານ ຫວຽດນາມສະຫງວນໃຫ້ແກ່ກະຊວງຍຸຕິທຳລາວ ກ່ຽວກັບການຍົກສູງຄວາມສາມາດທາງດ້ານວຽກງານກົດໝາຍໃຫ້ແກ່ພະນັກງານກະຊວງຍຸຕິທຳລາວ. ທ່ານໃຫ້ຮູ້ວ່າ:
ການພົວພັນຮ່ວມມືກ່ຽວກັບກົດໝາຍຍຸຕິທຳລະຫວ່າງກະຊວງຍຸຕິທຳຂອງສອງປະເທດໃນຊຸມປີຜ່ານມາຍາມໃດກໍ່ໄດ້ຮັກສາຢ່າງແໜ້ນແຟ້ນ, ມີຄວາມໄວ້ເນື້ອເຊື່ອໃຈ, ຮອບດ້ານ ແລະ ນັບມື້ນັບເຂົ້າສູ່ລວງເລິກ. ລະຫວ່າງສອງກະຊວງໄດ້ລົງນາມຂໍ້ຕົກລົງຮ່ວມມືໄລຍະ 2026 – 2030. ດັ່ງນັ້ນ, ພວກຂ້າພະເຈົ້າມີຄວາມຫວັງຢ່າງຍິງວ່າ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຍາມໃດກໍ່ເອົາໃຈໃສ່, ຊີ້ນຳບັນດາຫົວໜ່ວຍທີ່ມີໜ້າທີ່ຮັບຜິດຊອບ ຂອງກະຊວງຍຸຕິທຳລາວ ເປັນເຈົ້າການປະສານສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງກະຊວງຍຸຕິທຳຫວຽດນາມ ຢ່າງແໜ້ນແຟ້ນເພື່ອໃຫ້ພວກເຮົາຜັນຂະຫຍາຍຢ່າງມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)