ຂ່າວສານ

ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ, ຂະ​ແໜງ​ຍຸ​ຕິ​ທຳ ຫວຽດ​ນາມ - ລາວ​ເລິກ​ເຊິ່ງກວ່າ​ອີກ

ສອງ​ຝ່າຍ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ ແລະ ຜັນ​ຂະ​ຫຍາຍ​ໂຄງ​ການ​ໜູນ​ຊ່ວຍ​ຂ​ອງ​ລັດ​ຖະ​ບານ ຫວຽດ​ນາມສະ​ຫງວນ​ໃຫ້​ແກ່​ກະ​ຊວງ​ຍຸ​ຕິ​ທຳລາວ ກ່ຽວ​ກັບ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ທາງ​ດ້ານວຽກ​ງານ​ກົດ​ໝາຍ​ໃຫ້​ແກ່​ພະ​ນັກ​ງານ​ກະ​ຊວງ​ຍຸ​ຕິ​ທຳ​ລາວ.
  ທ່ານ ຮ່​ວາ​ງ​ແທັງ​ຕຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ ຍຸ​ຕິ​ທຳ​ລາວ ຄ​ຳ​ພັນ ພົມ​ມະ​ທັດ. (ພາບ: VOV)  

ໃນ​ຂອບ​ເຂດກອງ​ປະ​ຊຸມ​ຍຸ​ຕິ​ທຳ​ບັນ​ດາ​ແຂວງ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ ຫວຽດ​ນາມ - ລາວ​ເປີດ​ກ້​ວາງ​ຄັ້ງ​ທີ 7 ທີ່​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 15 – 18 ມິ​ຖຸຸ​ນາ, ຕອນ​ເຊົ້າ​ວັນ​ທີ 16 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ກະ​ຊວງ​ຍຸ​ຕິ​ທຳ, ຮ່າ​ໂນ້ຍ, ທ່ານ ຮ່​ວາ​ງ​ແທັງ​ຕຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຫວຽດ​ນາມ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ ຍຸ​ຕິ​ທຳ​ລາວ ຄ​ຳ​ພັນ ພົມ​ມະ​ທັດ.

ທ່ານ​ລັດ​ຖະ​ມົນ​ຕີ ຮ່​ວາງ​ແທັງ​ຕຸງ ສະ​ເໜີ ສອງ​ຝ່າຍ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ ແລະ ຜັນ​ຂະ​ຫຍາຍ​ໂຄງ​ການ​ໜູນ​ຊ່ວຍ​ຂ​ອງ​ລັດ​ຖະ​ບານ ຫວຽດ​ນາມສະ​ຫງວນ​ໃຫ້​ແກ່​ກະ​ຊວງ​ຍຸ​ຕິ​ທຳລາວ ກ່ຽວ​ກັບ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ທາງ​ດ້ານວຽກ​ງານ​ກົດ​ໝາຍ​ໃຫ້​ແກ່​ພະ​ນັກ​ງານ​ກະ​ຊວງ​ຍຸ​ຕິ​ທຳ​ລາວ. ທ່ານ​ໃຫ້​ຮູ້​ວ່າ:

ການ​ພົວ​ພັນ​ຮ່ວມ​ມື​ກ່ຽວ​ກັບ​ກົດ​ໝາຍ​ຍຸ​ຕິ​ທຳ​ລະ​ຫວ່າງ​ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ສອງ​ປະ​ເທດ​ໃນ​ຊຸມ​ປີ​ຜ່ານ​ມາ​ຍາມ​ໃດ​ກໍ່​ໄດ້​ຮັກ​ສາ​ຢ່າງ​ແໜ້ນ​ແຟ້ນ, ມີ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ, ຮອບ​ດ້ານ ແລະ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ. ລະ​ຫວ່າງ​ສອງ​ກະ​ຊວງ​ໄດ້​ລົງ​ນາມ​ຂໍ້​ຕົກ​ລົງ​ຮ່ວມ​ມື​ໄລ​ຍະ 2026 – 2030. ດັ່ງ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ມີ​ຄວ​າມ​ຫວັງ​ຢ່າງ​ຍິງວ່າ ທ່ານ​ຮອງ​ນາ​ຍົກ​​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ຊີ້​ນຳ​ບັນ​ດາ​ຫົວ​ໜ່ວຍທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ​ຂອງ​ກະ​ຊວງ​ຍຸ​ຕິ​ທຳລາວ ເປັນ​ເຈົ້າ​ການ​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ຫົວ​ໜ່ວຍ​ທີ່​ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ​ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ໃຫ້​ພວກ​ເຮົາ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.


top