• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສື່ມວ​ນ​ຊົນ​ຕ້ອງ​ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສັງ​ຄົມ, ປົກ​ປ້ອງ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ

ປະ​ເທດ​ຊາດ​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນ​າ​ໃໝ່, ດັ່ງ​ນັ້​ນ​ສື່ມວນ​ຊົນ​ຕ້ອງ​ຮັກ​ສາ​ຄຸນ​ທາດ​ການ​ເມືອງ​ຢ່າງ​ໝັ້ນ​ແກ່ນ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ຖະ​ແຫຼງ​ຂ່າວ, ຮັບ​ຟັງ​ຊີ​ວິດ​ການ​ເປັນ​ຢູ່, ເວົ້າ​ຄວາມ​ຈິງ, ຖືກ​ຕ້ອງກັບ​ບັນ​ຫາ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ພັກ, ຕໍ່​ລັດ​, ຕໍ່​ປະ​ຊາ​ຊົນ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ໂຕ​ເລິມ ຖ່າຍ​ຮູບ​ກັບ​ບັນ​ດາ​ນັກ​ຂ່າວ​ດີ​ເດັ່ນ (ພາບ: VOV)  
ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 101 ປີ​ແຫ່ງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ (21/6/1925- 21/06/2026,) ຕອນ​ບ່າຍ​ວັນ​ທີ 16 ມິ​ຖຸ​ນາ, ຢູ​່​ທຳ​ນຽບ​ປະ​ທານ​ປະ​ເທດ, ຮ່​າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້ ພົບ​ປະ​ກັບ​ນັກ​ຂ່າວ​ດີ​ເດັ່ນ 101 ຄົນ​ທີ່​ຍາດ​ໄດ້​ລາງວັນ​ສື່ມວນ​ຊົນ​ລະ​ດັບ​ຊາດ​ໃນ​ທຸກ​ປີ​ພ້ອມ​ກັບ​ບັນ​ດາ​ນັກ​ຂ່າວ​ອາ​ວຸ​ໂສ. ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ຊີ້​ແຈ້ງວ່າ​ປະ​ເທດ​ຊາດ​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນ​າ​ໃໝ່, ດັ່ງ​ນັ້​ນ​ສື່ມວນ​ຊົນ​ຕ້ອງ​ຮັກ​ສາ​ຄຸນ​ທາດ​ການ​ເມືອງ​ຢ່າງ​ໝັ້ນ​ແກ່ນ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ຖະ​ແຫຼງ​ຂ່າວ, ຮັບ​ຟັງ​ຊີ​ວິດ​ການ​ເປັນ​ຢູ່, ເວົ້າ​ຄວາມ​ຈິງ, ຖືກ​ຕ້ອງກັບ​ບັນ​ຫາ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ພັກ, ຕໍ່​ລັດ​, ຕໍ່​ປະ​ຊາ​ຊົນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແບ່ງ​ປັນ 5 ບັນ​ຫາ​ກ່ຽວ​ກັບ​ວຽກ​ງານ​ສື່ມວນ​ຊົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ນັ້ນ​ສື່ມວນ​ຊົນ​ຕ້ອງ​ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສັງ​ຄົມ, ປົກ​ປ້ອງ​ພື້ນ​ຖານ​ແນວ​ຄິດ​ຂອງ​​ລັດ, ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ພັກ ເປັນ​ຢ່າງ​ດີ; ຕໍ່​ສູ້​ກັບ​ຂ່າວ​ຄາວ​ບໍ່​ມີ​ມູນ​ຄວາມ​ຈິງ, ເປັນ​ປໍ​ລະ​ປັກ… ສື່ມວນ​ຊົນ​ຕ້ອງ​ຕິດ​ແທດ​ຕົວ​ຈິງ, ເຄົາ​ລົບ​ຄວາມ​ເປັນ​ຈິງ, ຖື​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ເປັນ​ບ່ອນ​ເລີ່ມ​ຕົ້ນ, ບັນ​ດາ​ນັກ​ຂ່າວ​ສືບ​ຕໍ່​ສະ​ຫງວນ​ເວ​ລາຫຼາຍກວ່າ​ອີກ​ໃຫ້​ແກ່​ຮາກ​ຖານ, ໃຫ້​ແກ່​ບັນ​ດາ​ບັນ​ຫາ​ແທດ​ຈິງ​ຂອງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ, ທ້ອງ​ຖິ່ນ, ພົບ​ເຫັນ​ບັນ​ດາ​ຂໍ້​ຕິດ​ຂັດ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຢ່າງ​ທັນ​ການ, ສ່ອງ​ແສງ​ຮູບ​ແບບ​ທີ່​ດີ, ວິ​ທີ​ການ​ເຮັດ​ທີ່​ດີ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຍຸ​ຕິ​ທຳ​ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ມູນ​ເຊື້ອ​ອັນ​ດີ​ງາມ, ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ງານ.

Top