ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສະເໜີໃນໄລຍະຈະມາເຖິງ, ກະຊວງຍຸຕິທຳສອງປະເທດຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນແລະກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ, ບົດຮຽນປະສົບການປະຕິບັດງານ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ,ປະທານປະເທດ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ ລາວ ຄຳພັນ ພົມມະທັດ (ພາບ: TTXVN)
ຕອນເຊົ້າວັນທີ 16 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ,ປະທານປະເທດ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ ລາວ ຄຳພັນ ພົມມະທັດ ແລະ ຄະນະພວມຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຍຸຕິທຳບັນດາແຂວງມີເສັ້ນຊາຍແດນຮ່ວມ ຫວຽດນາມ ລາວ ເປີດກວ້າງຄັ້ງທີ 7 ຢູ່ ຫວຽດນາມ. ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສະເໜີໃນໄລຍະຈະມາເຖິງ, ກະຊວງຍຸຕິທຳສອງປະເທດຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນແລະກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ, ບົດຮຽນປະສົບການປະຕິບັດງານ, ພ້ອມກັນຍົກສູງຄວາມສາມາດວຽກງານກົດໝາຍໃຫ້ແກ່ພະນັກງານຍຸຕິທຳ, ປະສານສົມທົບຢ່າງມີປະສິດທິຜົນເພື່ອປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງລັດ, ເປັນຕົ້ນແມ່ນການສ້າງລະບົບກົດໝາຍໃຫ້ສອດຄ່ອງເພື່ອຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ຈຸດສຸມຢ່າງມີປະສິດທິຜົນ.
ສ່ວນທ່ານ ຄຳພັນ ພົມມະທັດ ລັດຖະມົນຕີກະຊວງຍຸຕິທຳລາວ ປາດຖະໜາຢາກ ສອງຝ່າຍເພີ່ມທະວີການແລກປ່ຽນບົດຮຽນປະສົບການ, ເປັນຕົ້ນແມ່ນການສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການປະຕິບັດສຳເລັດລະບອບລະບຽບການ ແລະ ປະຕິບັດກົດໝາຍ, ທ່ານຢັ້ງຢືນວ່າກະຊວງຍຸຕິທຳລາວ ຈະສືບຕໍ່ປະສານສົມທົບກັບຢ່າງແໜ້ນແຟ້ນກັບກະຊວງຍຸຕິທຳ ຫວຽດນາມ ເພື່ອສ້າງໂຄງປະກອບລະບົບກົດໝາຍໃຫ້ສົມບູນແບບຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດໃນໄລຍະຕໍ່ໄປ.
(ແຫຼ່ງຄັດຈາກ VOV)