• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບົດ​ບາດ​ຂອງ ຫວຽດ​ນາມ ແລະ ການ​ຮ່ວມ​ມື​ຍຸດ​ທະ​ສາດ ລັດ​ເຊຍ ອາ​ຊຽນ ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ

ມົດ​ສະ​ກູ ແລະ ຮ່າ​ໂນ້ຍ​ແບ່ງ​ປັນ​ທັດ​ສະ​ນະ​ຄ້າຍ​ຄື​ກັນ​ໃນ​ການ​ປົກ​ປ້ອງ​​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ​ອາ​ຊຽນ ໃນ​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນໄວ້​ຢ່າງໝັ້ນ​ຄົງ ມຸ່ງ​ໄປ​ເຖິງ​ການ​ສ້າງ​ລະ​ບົບ​ຄວາມ​ໝັ້ນ​ຄົງ​ຢ່າງ​ຮອບ​ດ້ານ, ຍືນ​ຍົງ​ຢູ່ ອາ​ຊີ ປາ​ຊີ​ຟິກ.
ທ່ານນາງ Valeria Vershinina ​ປ.ອ ວິ​ທະ​ຍາ​ສາດການ​ເມືອງ, ຮອງ​ຜູ້​ອຳ​ນວຍ​ການ​ສູນ​ອາ​ຊຽນ ທີ່ຂຶ້ນ​ກັບ​ສະ​ຖາ​ບັນ​​ການ​ພົວ​ພັນ​ສາ​ກົນ Moskva (MGIMO) (ພາບ: TTXVN)

ລັດ​ເຊຍ​ຕີ​ລາ​ຄາ​ສູງ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ມາແຕ່​ດົນ​ນານ​ຂອງ ຫວຽດ​ນາມ ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ​ສອງ​ປະ​ເທດ​ໄດ້​ຮັກ​ສາ​ກົນ​ໄກ​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລັດ​ເຊຍ ອາ​ຊຽນ ໃຫ້​ພັດ​ທະ​ນາ​​ເປັນ​ປົກ​ກະ​ຕິ. ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ ທ່ານນາງ Valeria Vershinina ​ປ.ອ ວິ​ທະ​ຍາ​ສາດການ​ເມືອງ, ຮອງ​ຜູ້​ອຳ​ນວຍ​ການ​ສູນ​ອາ​ຊຽນ ທີ່ຂຶ້ນ​ກັບ​ສະ​ຖາ​ບັນ​​ການ​ພົວ​ພັນ​ສາ​ກົນ Moskva (MGIMO), ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ, ເນື່ອງ​ໃນ​ໂອ​ກາດກອງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະຫຼອງ 35 ປິ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ລັດ​ເຊຍ ອາ​ຊຽນ, ທີ່​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 17 – 19 ມິ​ຖຸ​ນາ ຢູ່​ນະ​ຄອນ Kazan, ສະ​ຫະ​ພັນ ລັດ​ເຊຍ.

ຕາມ​ນັກ​ຊ່ຽງ​ຊານ ນາງ Valeria Vershinina ແລ້ວ, ມົດ​ສະ​ກູ ແລະ ຮ່າ​ໂນ້ຍ​ແບ່ງ​ປັນ​ທັດ​ສະ​ນະ​ຄ້າຍ​ຄື​ກັນ​ໃນ​ການ​ປົກ​ປ້ອງ​​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ​ອາ​ຊຽນ ໃນ​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນໄວ້​ຢ່າງໝັ້ນ​ຄົງ ມຸ່ງ​ໄປ​ເຖິງ​ການ​ສ້າງ​ລະ​ບົບ​ຄວາມ​ໝັ້ນ​ຄົງ​ຢ່າງ​ຮອບ​ດ້ານ, ຍືນ​ຍົງ​ຢູ່ ອາ​ຊີ ປາ​ຊີ​ຟິກ. ຝ່າຍ​ລັດ​ເຊຍ ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ເຂົ້າ​ການ​ພັດ​ທະ​ນາ ຂອງ​ປະ​ຊາ​ຄົມ ອາ​ຊຽນ ແລະ ບົດ​ບາດ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ເຊຍ ອາ​ຊຽນ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ ​ບັນ​ດາ​ຂໍ້​ລິ​ເລີ່ມ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັ້ນ​ຂອງ ຫວຽດ​ນາມ​ຢ່າງ​​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ເພື່ອ​ແນ​ໃສ່​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ຄວ​າມ​ເປັນ​ເອ​ກະ​ພາບ​ພາຍ​ໃນ​ກຸ່ມ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ຢ່າງ​ມີ​ໄຫວ​ພິບ​ຂອງ​ອາ​ຊຽນ ຕໍ່​ໜ້າບັນ​ດາ​ສິ່​ງ​ທ້​າ​ທາຍ​ດ້ານ​ພູ​ມີ​ສາດ​ການ​ເມືອງ​ໃນ​ປັດ​ຈຸ​ບັນ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຍຸ​ຕິ​ທຳ​ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ມູນ​ເຊື້ອ​ອັນ​ດີ​ງາມ, ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ງານ.

Top