ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຍຸ​ຕິ​ທຳ​ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ມູນ​ເຊື້ອ​ອັນ​ດີ​ງາມ, ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ງານ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ,ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ ຄ​ຳ​ພັນ ພົມ​ມະ​ທັດ (ພາບ: TTXVN)  

ຕອນ​ເຊົ້າ​ວັນ​ທີ 16 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ,ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ ຄ​ຳ​ພັນ ພົມ​ມະ​ທັດ ແລະ ຄະ​ນະ​ພວມ​ຢ້ຽມ​ຢາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຍຸ​ຕິ​ທຳ​ບັນ​ດາ​ແຂວງ​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ ຫວຽດ​ນາມ ລາວ ເປີດກວ້າງ​ຄັ້ງ​ທີ 7 ຢູ່ ຫວຽດ​ນາມ. ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຍຸ​ຕິ​ທຳ​ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ມູນ​ເຊື້ອ​ອັນ​ດີ​ງາມ, ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ງານ, ພ້ອມ​ກັນ​ຍົກ​ສູງຄວາມ​ສາ​ມາດ​ວຽກ​ງານ​ກົດ​ໝາຍ​ໃຫ້​ແກ່​ພະ​ນັກ​ງານຍ​ຸ​ຕິ​ທຳ, ປະ​ສານ​ສົມ​ທົບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ, ເປັນ​ຕົ້ນ​ແມ່ນ​ການ​ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສອດ​ຄ່ອງ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ເຊື່ອມ​ຕໍ່​ຈຸດ​ສຸມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ສ່​ວນ​ທ່ານ​ ຄ​ຳ​ພັນ ພົມ​ມະ​​ທັດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ປາດ​ຖະ​ໜາຢ​າກ ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ, ເປັນ​ຕົ້ນ​ແມ່ນ​ການ​ສ້າງ​​ຕັ້ງຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສຳ​ເລັດ​ລະ​ບອບ​ລະ​ບຽບ​ການ ແລະ ປະ​ຕິ​ບັດ​ກົດ​ໝາຍ, ທ່ານ​ຢັ້ງ​ຢືນ​ວ່າ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຈະ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ກະ​ຊວງ​ຍຸ​ຕິ​ທຳ ຫວຽດ​ນາມ ເພື່ອ​ສ້າງ​ໂຄງ​ປະ​ກອ​ບ​ລະ​ບົບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຕໍ່​ໄປ.


top