ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຈິ່ນ​ແທັງ​ເໝິນ: ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຕ້ອງ​ແມ່ນ​ອາ​ຍຸ​ການ​ຂອງ​ການ​ສ້າງສາ​ລະ​ບອບ​ລະ​ບຽບ​ການ​ພັດ​ທະ​ນາ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຊື່ອ​ໝັ້ນ​ວ່າ​ຈິດ​ໃຈ​ປ່ຽນ​ແປງ​ໃໝ່, ຄວາມ​ຮັບ​ຜິດ​ຊອບຢ່າງ​ສູງ​ຂອງ​ບັນ​ດາ​ອົງ​ການ, ສຳ​ນັກ​ງານ​ຈະ​ປະ​ກອບ​ສ່ວນ​ສ້າງ​​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ແມ່ນ​ອາ​ຍຸ​ການ​ຂອງ​ການ​ສ້າງ​​ລະ​ບອບ​ລະ​ບຽບ​ການ​ພັດ​ທະ​ນາ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VOV)

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ກຳ​ນົດ​ທິດ​ສ້າງ​ກົດ​ໝາຍ​ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຕອນ​ເຊົ້າ​ວັນ​ທີ 16 ມິ​ຖຸ​ນາ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຊື່ອ​ໝັ້ນ​ວ່າ​ຈິດ​ໃຈ​ປ່ຽນ​ແປງ​ໃໝ່, ຄວາມ​ຮັບ​ຜິດ​ຊອບຢ່າງ​ສູງ​ຂອງ​ບັນ​ດາ​ອົງ​ການ, ສຳ​ນັກ​ງານ​ຈະ​ປະ​ກອບ​ສ່ວນ​ສ້າງ​​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ແມ່ນ​ອາ​ຍຸ​ການ​ຂອງ​ການ​ສ້າງ​​ລະ​ບອບ​ລະ​ບຽບ​ການ​ພັດ​ທະ​ນາ. ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 100 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ (1930 - 2030) ແລະ 100 ປີ​ແຫ່ງວັນ​ສະ​ຖາ​ປະ​ນາ​ປະ​ເທດ ສ​ສ.ຫວຽດ​ນາມ (2/9/1945-2/9/2045) ແມ່ນ​ຈຸດ​ເວ​ລາ​ເພື່ອ​ໃຫ້​ຫວຽດ​ນາມ ມີ​ລະ​ບົບ​ກົດ​ໝາຍ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ຄົບ​ຊຸດ, ທັນ​ສະ​ໄໝ, ກ້າວ​ໜ້າ, ຫຍັບ​ໃກ້​ເຂົ້າ​ກັບ​ບັນ​ດາ​ມາດ​ຖານ ແລະ ທຳ​ນຽ​ມ​ສາ​ກົນ, ເໝາະ​ສົມ​ກັບສະ​ພາບ​ຕົວ​ຈິງ​ຂອງ​ຫວຽດ​ນາມ​ຢ່​າງ​ເລິກ​ເຊິ່ງ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ສະ​ເໜີ​ວ່າ:

ລັດ​ຖະ​ບານ​​ຮັບ​ຜິດ​ຊອບ​ການ​ປະ​ຕິ​ບັດ 171/192 ໜ້າ​ທີ່​ສ້າງ​ກົດ​ໝາຍ​ຂອງ​ທັງ​ອາ​ຍຸ​ການ, ຕ້ອງ​ຮີບ​ເຮັ່ງ​ປະ​ຕິ​ບັດ​ສຳ​ເລັດ​ການ​ສຳຫຼວດກວດ​ຄືນ, ຄົ້ນ​ຄ້​ວາ​ປັບ​ປຸງ​ເອ​ກະ​ສານ​ສະ​ບັບ​ຕ່າງໆ​ເພື່ອ​ແກ້​ໄຂ​ຮົ້ວ​ກີດ​ຂວາງ​ຢ່າງ​ທັນ​ການ, ສູ້​ຊົນ​ ​ນຳການ​ເຕີບ​ໂຕ ບັນ​ລຸ​ເປົ້າ​ໝາຍ​​ລະ​ດັບ 2 ຕົວ​ເລກ, ເຄື່ອນ​ໄຫວ​ກົງ​ຈັກ​​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ​ສາມ​ຂັ້ນ ຢ່າງ​ສະ​ດວກ. ບັນ​ດາ​ອົງ​ການ​ຮຽບ​ຮຽງ​ປະ​ຕິ​ບັດ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນ​ດາ​ເປົ້າ​ໝາຍ​ຖືກ​ຜົນ​ກະ​ທົບ, ແກ້​ໄຂ​ເລື່ອງ​ເອ​ກະ​ສານ​ເມື່ອ​ສ້າງ​ຕັ້ງ ບໍ່​ມີ​ຄຳ​ເຫັນ​ປະ​ກອບ ແຕ່​ເມື່ອ​ປະ​ກາດ​ໃຊ້​ພັດ​ພົບ​ປະ​ຕິ​ກິ​ລິ​ຍາ​ຈາກ​ເປົ້າ​ໝາຍ​ຖືກ​ຜົນ​ກະ​ທົບ.


top