• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເລື່ອງ​ເກື່ອງ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອັງ​ໂກ​ລາ ຢ່າງ​ຈົບ​ງາມ

ການຢ້ຽມຢາມ ໄດ້ສະແດງໃຫ້ເຫັນຂອບຂະໜາດການພົວພັນຕ່າງປະເທດຂອງ ຫວຽດນາມ ໃນສັງກາດໃໝ່, ທັງປະຕິບັດເປົ້າໝາຍນຳການພົວພັນຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືສຳຄັນໃນພາກພື້ນຄື ອີຢິບ ແລະ ອັງໂກລາ ຂຶ້ນສູ່ລະດັບສູງໃໝ່, ທັງຢັ້ງຢືນສານນະໂຍບາຍສຳຄັນຂອງ ຫວຽດນາມ ສຳລັບບັນດາປະເທດໃນພາກພື້ນ ອາຟະລິກາ.
ທ່ານປະທານປະເທດ ເລືອງເກື່ອງ ໂອ້ລົມກັບພະນັກງານສະຖານທູດ ປະຈຳ ອັງໂກລາ

ຕອນບ່າຍວັນທີ 08 ສິງຫາ, ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ Luanda, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ອັງໂກລາ ຢ່າງຈົບງາມຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອັງໂກລາ Joao Manuel Goncalves Lourenco ແລະ ພັນລະຍາ.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 8 ສິງຫາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຮັດວຽກກັບທ່ານນາງ Mara Quiosa  ຮອງປະທານພັກ ຂະບວນການປະຊາຊົນປົດປ່ອຍ ອັງໂກລາ (MPLA); ຢ້ຽມຢາມຫໍພິພິທະພັນປະຫວັດສາດກອງທັບ ອັງໂກລາ.

ກໍໃນວັນທີ 8 ສິງຫາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ເລືອງເກື່ອງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຕ້ອນຮັບການນຳອົງການລົງທຶນຂອງ ອັງໂກລາ ແລະ ກຸ່ມບໍລິສັດ ຫວຽດນາມ ຈຳນວນໜຶ່ງ ທີ່ພວມລົງທຶນຢູ່ ອັງໂກລາ.

ກ່ຽວກັບໝາກຜົນຂອງການຢ້ຽມຢາມດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ ການຢ້ຽມຢາມ ໄດ້ສະແດງໃຫ້ເຫັນຂອບຂະໜາດການພົວພັນຕ່າງປະເທດຂອງ ຫວຽດນາມ ໃນສັງກາດໃໝ່, ທັງປະຕິບັດເປົ້າໝາຍນຳການພົວພັນຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືສຳຄັນໃນພາກພື້ນຄື ອີຢິບ ແລະ ອັງໂກລາ ຂຶ້ນສູ່ລະດັບສູງໃໝ່, ທັງຢັ້ງຢືນສານນະໂຍບາຍສຳຄັນຂອງ ຫວຽດນາມ ສຳລັບບັນດາປະເທດໃນພາກພື້ນ ອາຟະລິກາ.

(ແຫຼ່ງຄັດຈາກ VOV)

ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ: ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ, ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ

ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ: ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ, ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ

ຮອດປີ 2030, ໃນໂອກາດ ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ, ຫວຽດນາມ ກາຍເປັນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ, ຮອດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນສະຖາປະນາປະເທດຊາດ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

Top