• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາແພດໝໍຢູ່ຊັ້ນ 3, ແຜ່ນກັ້ນບັງລະຫວ່າງຜູ້ຕິດເຊື້ອພະຍາດໂຄວິດ-19 ກັບພະຍາຍົມ

ຢູ່ໃນເຂດປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ມີອາການເຈັບໜັກຢູ່ໂຮງໝໍຫຼາຍຂະແໜງເຂດ ໄຕງວຽນເບິ່ງຄືວ່າບໍ່ມີນິຍາມກ່ຽວກັບວັນເວລາ.

ຢູ່ໃນເຂດປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ມີອາການເຈັບໜັກຢູ່ໂຮງໝໍຫຼາຍຂະແໜງເຂດ ໄຕງວຽນເບິ່ງຄືວ່າບໍ່ມີນິຍາມກ່ຽວກັບວັນເວລາ.

   

(ຄົນເຈັບມານີ້ສ່ວນຫຼາຍແມ່ນມີອາການເຈັບໜັກ, ສະນັ້ນຕ້ອງເບິ່ງແຍງດູແລແຕ່ລະຊົ່ວໂມງ)

ຢູ່ເຂດປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ມີອາການເຈັບໜັກແລະອາການສຸຂະພາບອັນຕະລາຍ (ຊັ້ນ 3) ຂອງໂຮງໝໍຫຼາຍຂະແໜງເຂດໄຕງວຽນ, ບັນດາແພດໝໍພວມມານະພະຍາຍາມອຸທິດກຳລັງຄວາມສາມາດດ້ານວິຊາສະເພາະທັງເວັນແລະຄືນ, ຮັກສາຄວາມປະເອີບໃຈໄວ້,ເພື່ອຮ່ວມເດີນທາງພ້ອມກັບຄົນເຈັບ. ເນື່ອງໃນໂອກາດວັນແພດໝໍຫວຽດນາມ 27 ກຸມພາ, ນັກຂ່າວນາມຈາງມີບົດຂຽນກ່ຽວກັບຄວາມມານະພະຍາຍາມຂອງແພດໝໍໃນການຕໍ່ສູ້ຍາດເອົາຊີວິດມາໃຫ້ຄົນເຈັບ.

ຢູ່ໃນເຂດປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ມີອາການເຈັບໜັກຢູ່ໂຮງໝໍຫຼາຍຂະແໜງເຂດ ໄຕງວຽນເບິ່ງຄືວ່າບໍ່ມີນິຍາມກ່ຽວກັບວັນເວລາ. ໂດຍເຂົ້າຮ່ວມນັບແຕ່ພະຍາດໂຄວິດ-19 ຫາກໍແຜ່ລະບາດແລະໄດ້ເຂົ້າຮ່ວມການປິ່ນປົວໂດຍກົງ 5 ຄັ້ງໃຫ້ແກ່ຜູ້ເຈັບໜັກ, ທ່ານໝໍຫວໍຟີບິ່ງ, ຂະແໜງຟື້ນຟູຊີບ ໂຮງໝໍຫຼາຍຂະແໜງເຂດ ໄຕງວຽນໃຫ້ຮູ້ວ່າ: ຢູ່ເຂດປິ່ນປົວຄົນເຈັບໜັກ, ອາການສຸຂະພາບອັນຕະລາຍນີ້, ການລອດຊີວີດແລະເສຍຊີວິດແມ່ນບອບບາງຫຼາຍ.

“ຜູ້ຕິດເຊື້ອພະຍາດໂຄວິດ-19 ມີຄວາມຮູ້ສຶກຄືວ່າການລອດຊີວິດແລະເສຍຊີວິດແມ່ນມີໜ້ອຍທີ່ສຸດ. ຄົນເຈັບເຖິງວ່າອາການຍັງບໍ່ທັນເຈັບໜັກແຕ່ເຂົາເຈົ້າກໍ່ມີຄວາມກັງວົນ ສະນັ້ນຈຶ່ງເຮັດໃຫ້ຄົນເຈັບມີອາການເຈັບໜັກຂຶ້ນຕື່ມ ຂ້າພະເຈົ້າຕ້ອງລະດົມກຳລັງໃຈ, ໜູນຊ່ວຍດ້ານຈິດໃຈ. ສ່ວນຜູ້ເຈັບໜັກ, ນອກຈາກການປິ່ນປົວຖືກຕ້ອງຕາມການແນະນຳຂອງກະຊວງສາທາລະນະສຸກແລ້ວ, ຂ້າພະເຈົ້າຕ້ອງມານະພະຍາຍາມໜູນຊ່ວຍແລະປິ່ນປົວຢ່າງຕັ້ງໜ້າເພື່ອກອບກູ້ເອົາຊີວິດຂອງເຂົາເຈົ້າແລະຄວາມຈິງມີຢູ່ວ່າມີຜູ້ເຈັບໜັກຫຼາຍຄົນໄດ້ປິ່ນປົວຢ່າງມີປະສິດທິຜົນ”.

ປະຈຸບັນ, ຢູ່ເຂດຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ມີອາການເຈັບໜັກ, ມີ 80 ຄົນພວມປິ່ນປົວຢູ່. ສ່ວນຫຼາຍແມ່ນຜູ້ອາຍຸສູງມີພະຍາດຕິດຕົວ. ພະຍາບານຕ້ອງຕັກເຕືອນເພື່ອໃຫ້ເຂົ້າເຈົ້າປະຕິບັດຖືກຕ້ອງກັບການປິ່ນປົວ, ໂດຍສະເພາະແມ່ນລະບົບທາດບຳລຸງໃນແຕ່ວັນ… ນາງພະຍາບານຫງວຽນທິລົກ, ແບ່ງປັນວ່າ:

“ຄົນເຈັບມານີ້ສ່ວນຫຼາຍແມ່ນມີອາການເຈັບໜັກບໍ່ມີຍາດຕິພີ່ນ້ອງ, ສະນັ້ນນ້ອງອີຕົນເຂົາເຈົ້າຫຼາຍ ຕ້ອງເຮັດຈົນສຸດຄວາມສາມາດ ເປັນຕົ້ນແມ່ນການຈັດຢາຫຼືເບິ່ງແຍງເຂົາເຈົ້າ, ໃຫ້ກິນຢາ, ກິນນ້ຳນົມ, ເຂົ້າໜົມ, ກິນເຂົ້າ ກິນນ້ຳ ຕ້ອງເບິ່ງແຍງດູແລແຕ່ລະຊົ່ວໂມງຄືແນວນັ້ນ, ເມື່ອເຫັນວ່າຄົນເຈັບຂາດເຂີນອັນໃດ ຫຼື ຕ້ອງການຫຍັງແດ່ ພວກນ້ອງຈະຊ່ວຍເຫຼືອ ແລະຢູ່ນຳຕະຫຼອດ. ພວກນ້ອງມັກມາລະດົມກຳລັງໃຈໃຫ້ແກ່ຄົນເຈັບເປັນປະຈຳວ່າ ຈົ່ງມານະພະຍາຍາມຜ່ານຜ່າໃຫ້ໄດ້ ແລ້ວກັບເມືອເຮືອນຢູ່ພ້ອມໜ້າພ້ອມຕາກັບຄອບຄົວອີກ”.

ຄົນເຈັບທັງໝົດທີ່ພວມປິ່ນປົວຢູ່ທີ່ນີ້ລ້ວນແຕ່ໄດ້ຕິດຕາມຢ່າງໃກ້ຊິດ. ຍ້ອນວ່າຖ້າບໍ່ຕິດຕາມຄືແນວນັ້ນບາງເທື່ອຈະເສຍຊີວິດ. ຍ້ອນເຫດນັ້ນ, ພາລະກອນການແພດຍາມໃດກໍ່ຕ້ອງຕິດຕາມຄົນເຈັບໃນທຸກເວລາ.

ທ່ານໝໍຂະແໜງສະເພາະເຂດ 2 ຈິ້ງຮົ່ງເຍິດ, ຫົວໜ້າຂະແໜງຟື້ນຟູຊີບ, ຮັບຜິດຊອບປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ມີອາການເຈັບໜັກໃຫ້ຮູ້ວ່າ, ນັບແຕ່ເດືອນສິງຫາປີ 2021 ມາຮອດປະຈຸບັນ, ເຂດປິ່ນປົວຢູ່ຊັ້ນ 3 ໄດ້ກາຍເປັນ “ເຂດສຸດທ້າຍ” ຮັບ, ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ມີພະຍາດຕິດຕົວມາພ້ອມແລະມີອາການອັນຕະລາຍຢູ່ດັກລັກ. ມາຮອດປະຈຸບັນ, ເຂດປິ່ນປົວນີ້ໄດ້ຮັບຄົນເຈັບເກືອບ 600 ຄົນ, ປິ່ນປົວຫາຍດີເປັນປົກກະຕິແລະສົ່ງລົງຊັ້ນ 2 ເກືອບ 400 ຄົນ. ຄົນເຈັບມາປິ່ນປົວຢູ່ທີ່ນີ້ ຍາມຫຼາຍທີ່ສຸດແມ່ນເກືອບ 100 ຄົນ.

“ຈຳນວນຄົນເຈັບສົ່ງມາປິ່ນປົວຢູ່ຂະແໜງແມ່ນຫຼາຍທີ່ສຸດແລະ ມາຮອດປະຈຸບັນພວກຂ້າພະເຈົ້າພວມມານະພະຍາຍາມຈຳກັດອັດຕາຜູ້ເສຍຊີວິດໃຫ້ຢູ່ລະດັບ 0,54% ໃນນັ້ນອັດຕາຜູ້ເສຍຊີວິດໃນທົ່ວປະເທດແມ່ນ 1,5% ແລະໃນໂລກແມ່ນ 1,4% ສິ່ງນັ້ນບໍ່ແມ່ນສິ່ງທີ່ເປັນໜ້າຊື່ນຊົມ ແຕ່ນັ້ນແມ່ນຄວາມມານະພະຍາຍາມຢ່າງສຸດຂີດຂອງບັນດາອ້າຍນ້ອງໃນຫົວໜ່ວຍ, ໃນຂະແໜງຍ້ອນວ່າຍັງຂາດເຂີນຫຼາຍຢ່າງທີ່ສົ່ງຜົນສະທ້ອນເຖິງບັນຫາປິ່ນປົວແຕ່ພວກຂ້າພະເຈົ້າໄດ້ມານະພະຍາຍາມຢ່າງສຸດຂີດ”.

ເມື່ອຄົນເຈັບປອດໄພໄດ້ອອກຈາກໂຮງໝໍກັບເມືອເຕົ້າໂຮມຢູ່ພ້ອມໜ້າພ້ອມຕາກັບຄອບຄົວນັ້ນແມ່ນຄວາມດີໃຈທີ່ສຸດຂອງບັນດາຜູ້ເປັນແພດໝໍຢູ່ເຂດປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ມີອາການເຈັບໜັກ ແລະອັນຕະລາຍ. ເຖິງວ່າການຕໍ່ສູ້ຍັງແກ່ຍາວ , ຄວາມຫຍຸ້ງຍາກລຳບາກຍັງຢູ່ຕໍ່ໜ້າກໍ່ຕາມ, ແຕ່ດ້ວຍຄວາມຕັດສິນໃຈ, ດ້ວຍໜ້າທີ່ຄວາມຮັບຜິດຊອບແລະຄວາມສຸດຈິດສຸດໃຈທີ່ມີຕໍ່ຄົນເຈັບ, ເຂົາເຈົ້າຍາມໃດກໍ່ເປັນແຜ່ນກັ້ນບັງເພື່ອປົກປ້ອງບັນດາຄົນເຈັບ, ນຳມາເຊິ່ງຄວາມສະຫງົບສຸກໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ./.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top