• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La 2025: ອາ​ເມ​ລິ​ກາ ຢາກ​ຊຸກ​ຍູ້​ບັນ​ດາ​ສຳ​ພັນ​ທະ​ມິດ​ຢູ່​ມະ​ຫາ​ສະ​ໝຸດ ອິ​ນເດຍ-ປາ​ຊິ​ຟິກ

ທ່ານລັດຖະມົນຕີ Piti Hegseth ໄດ້ເນັ້ນໜັກວ່າ ອາເມລິກາ ມີຄວາມເອກອ້າງທະນົງໃຈ ເມື່ອໄດ້ກັບຄືນ ມະຫາສະໝຸດ ອິນເດຍ-ປາຊິຟິກ ແລະ ອາເມລິກາ ຈະຢູ່ທີ່ນີ້.
(ພາບ: ຄະນະຈັດຕັ້ງ ການໂອ້ລົມສົນທະນາ Shangri-La)

ຕອນເຊົ້າວັນທີ 31 ພຶດສະພາ, ທ່ານ Piti Hegseth ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ມີບົດກ່າວປາໄສທີ່ໜ້າສົນໃຈຢູ່ການໂອ້ລົມສົນທະນາ Shangri-La 2025 ຊື່ງພວມຈັດຂຶ້ນຢູ່ Singapore. ທ່ານລັດຖະມົນຕີ Piti Hegseth ໄດ້ເນັ້ນໜັກວ່າ ອາເມລິກາ ມີຄວາມເອກອ້າງທະນົງໃຈ ເມື່ອໄດ້ກັບຄືນ ມະຫາສະໝຸດ ອິນເດຍ-ປາຊິຟິກ ແລະ ອາເມລິກາ ຈະຢູ່ທີ່ນີ້. ອາເມລິກາ ໃຫ້ຄຳໝັ້ນສັນຍາວ່າ ມະຫາສະໝຸດ ອິນເດຍ-ປາຊິຟິກ ແມ່ນການບຸລິມະສິດຂອງ ອາເມລິກາ.

   ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ເຕື້ອງເຖິງບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງໃນປະຈຸບັນຢູ່ມະຫາສະໝຸດ ອິນເດຍ-ປາຊິຟິກ ຄື: ບັນຫາຄວາມໝັ້ນຄົງໃນເຄືອຄ່າຍອິນເຕີແນັດ, ຍານອາວະກາດ ແລະ ມະຫາສະໝຸດ. ທ່ານລັດຖະມົນຕີ Piti Hegseth ໄດ້ເນັ້ນໜັກເຖິງການຊຸກຍູ້ບັນດາສຳພັນທະມິດຢູ່ມະຫາສະໝຸດ ອິນເດຍ-ປາຊິຟິກ, ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍບັນດາສຳພັນທະມິດຂອງ ອາເມລິກາ ຄື: ຍີ່ປຸ່ນ, ຟິລິບປິນ ດ້ວຍວິທີຍົກສູງກຳລັງຄວາມສາມາດດ້ານການປ້ອງກັນຊາດ ເພື່ອຮັບປະກັນຄວາມໝັ້ນຄົງ, ການຮັບມືກັບບັນດາສິ່ງທ້າທາຍໄດ້.

(ແຫຼ່ງຄັດຈາກ VOV)

ໄທ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບໍ່​ສູ້​ຢັນ​ກັນ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ກັບ​ກຳ​ປູ​ເຈຍ

ໄທ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບໍ່​ສູ້​ຢັນ​ກັນ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ກັບ​ກຳ​ປູ​ເຈຍ

ສະພາບການຄວາມເຄັ່ງຕຶງໃນປັດຈຸບັນພວມຫຼຸດລົງ ດ້ວຍເລື່ອງທັງສອງຝ່າຍໃຫ້ຄຳໝັ້ນສັນຍາຫຼີກລ້ຽງການສູ້ຢັນກັນ ໃນຂະນະທີ່ລໍຄອຍບັນດາການເຈລະຈາຂອງຄະນະກຳມະການຊາຍແດນຮ່ວມ (JBC) ຄາດວ່າຈະດຳເນີນໃນອາທິດນີ້.

Top