ກອງປະຊຸມຄະນະປະຈຳ ICAPP ຄັ້ງທີ 43 ສຸມໃສ່ຕີລາຄາຄືນໃໝ່ການເຄື່ອນໄຫວຂອງ ICAPP ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 12 (ທ້າຍປີ 2024).
ກອງປະຊຸມຄະນະປະຈຳ ICAPP ຄັ້ງທີ 43 (ພາບ: ກະຊວງການຕ່າງປະເທດ)
ແຕ່ວັນທີ 28 – 30 ພຶດສະພາ, ຢູ່ນະຄອນ Perm, ສະຫະພັນ ລັດເຊຍ, ໄດ້ຈັດກອງປະຊຸມຄັ້ງທີ 43 ຂອງຄະນະປະຈຳກອງປະຊຸມສາກົນບັນດາພັກການເມືອງ ອາຊີ (ICAPP) ແລະ ກອງປະຊຸມຄວາມໝັ້ນຄົງ ອາຊີ - ເອີລົບ. ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ໂງເລວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດເປັນຫົວໜ້າຄະນະ, ເຂົ້າຮ່ວມບັນດາເຫດການ.
ກອງປະຊຸມຄະນະປະຈຳ ICAPP ຄັ້ງທີ 43 ສຸມໃສ່ຕີລາຄາຄືນໃໝ່ການເຄື່ອນໄຫວຂອງ ICAPP ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 12 (ທ້າຍປີ 2024); ປຶກສາຫາລືແຜນການຮ່ວມມືນັບແຕ່ນີ້ຮອດທ້າຍປີ 2025 ແລະ ທິດທາງຜັນຂະຫຍາຍບັນດາຈຸດສຸມໃຫຍ່ຂອງ ICAPP ໃນໄລຍະຈະມາເຖິງ. ທີ່ກອງປະຊຸມ, ທ່ານ ໂງເລວັນ ຕີລາຄາສູງຄວາມມານະພະຍາຍາມຂອງຄະນະປະຈຳ ICAPP ໃນການຮັກສາບັນດາການເຄື່ອນໄຫວຂອງອົງການ, ຊົມເຊີຍການເຄື່ອນໄຫວ ICAPP ທີ່ນັບມື້ນັບມີຫຼາຍຮູບຫຼາຍແບບ ໃນສະພາບພູມສາດການເມືອງຢູ່ພາກພື້ນ ແລະ ໃນໂລກນັບມື້ນັບມີການຜັນແປຫຼາຍຢ່າງທີ່ສັບສົນ, ຍາກທີ່ຈະຄາດຄະເລໄດ້.
ເມື່ອກ່າວຄຳເຫັນທີ່ກອງປະຊຸມຄວາມໝັ້ນຄົງ ອາຊີ - ເອີລົບ ໂດຍພັກປະເທດລັດເຊຍ ເອກະພາບ ຈັດຂຶ້ນ, ທ່ານ ໂງເລວັນ ໄດ້ຮຽກຮ້ອງຈັດການໂອ້ລົມສົນທະນາເພື່ອຄວາມໝັ້ນຄົງ, ສະຖຽນລະພາບ, ວັດທະນະຖາວອນ ແລະ ການພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ໃນໂລກ; ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ ແລະ ບົດບາດຂອງກົດໝາຍສາກົນ.
(ແຫຼ່ງຄັດຈາກ VOV)