ເມື່ອລະດູພັກແລ້ງວຽນມາ, ບັນດາເວທີສະແດງສິລະປະໃນທົ່ວປະເທດກໍມີຄວາມຄຶກຄື້ນກວ່າ ດ້ວຍຫຼາຍລາຍການພິເສດສໍາລັບອະນຸຊົນເຍົາວະຊົນ. ບັນດາລະຄອນຕະຫຼົກ ແຕ່ເຕັມໄປດ້ວຍລັກສະນະສຶກສາ, ຕິດພັນກັບຫຼາຍຫົວຂໍ້ທີ່ໃກ້ຊິດ ແລະ ມີຄວາມໝາຍ ໄດ້ປະກອບສ່ວນເຮັດໃຫ້ລະດູພັກແລ້ງຂອງເດັກມີຄວາມຄຶກຄື້ນກວ່າ.
ບົດລະຄອນເລື່ອງ “Descendants of the Sun Vietnam” (ພາບ: ຄະນະຈັດຕັ້ງ)
ໂດຍສືບຕໍ່ການເຄື່ອນໄຫວສະແດງສິລະປະປະຈຳປີສຳລັບອະນຸຊົນເຍົາວະຊົນໃນໂອກາດພັກແລ້ງ ດ້ວຍຊື່ເອີ້ນທີ່ວ່າ “ລະດູພັກແລ້ງແຫ່ງຄວາມຮັກແພງ”, ປີ 2025 ນີ້, ໂຮງລະຄອນ ຕວຍແຈ (ຢູ່ເຮືອນເລກທີ 11ຖະໜົນໂງທິເຍີ້ມ, ຮ່າໂນ້ຍ) ໄດ້ແນະນຳຫຼາຍບົດລະຄອນທີ່ເປັນເອກະລັກ, ເຕັມໄປດ້ວຍລັກສະນະສຶກສາ ແລະ ນ້ຳໃຈມະນຸດສະທຳໄປເຖິງເດັກໆ, ເຊັ່ນ: “ບໍ່ມີຄອບຄົວ”, “ໂຕແມວສອນນົກສີດາບິນ”, “ເຈົ້າຊີວິດບໍ່ມີບັນລັງ”, “ຄວາມຝັນຂອງ Elsa”,… ໃນນັ້ນ, ບົດລະຄອນເພງ “ບໍ່ມີຄອບຄົວ” (Sans Famille), ໄດ້ຮັບການຫັນປ່ຽນແບບຈາກຜົນງານທີ່ມີຊື່ສຽງຂອງນັກປະພັນຊາວ ຝລັ່ງ, Hector Malot. ບົດລະຄອນເພງ “ບໍ່ມີຄອບຄົວ” ໄດ້ຮັບການກຳກັບໂດຍ ນັກສິລະປິນດີເດັ່ນ ນາງ ເລແອັງຕວຽດ ແລະ ຜູ້ແຕ່ງບົດເລື່ອງ ບຸ່ຍຮົ່ງເກວ ຈະໄດ້ເປີດໂຕສູ່ມວນຊົນກົງກັບວັນເດັກສາກົນ ວັນທີ 01 ມິຖຸນາ. ນັກສິລະປິນ ດີເດັ່ນ ນາງ ເລແອັງຕວຽດ ແບ່ງປັນກ່ຽວກັບບົດລະຄອນເພງດັ່ງກ່າວວ່າ:
“ຂ້າພະເຈົ້າ ໄດ້ຝັກໄຝ່ບົດລະຄອນເພງ “ບໍ່ມີຄອບຄົວ” ມາຫຼາຍປີແລ້ວ. ນີ້ແມ່ນຜົນງານວັນນະຄະດີດີເດັ່ນຂອງໂລກ. ຂ້າພະເຈົ້າກໍຄິດໄປຄິດມາຫຼາຍ ຍ້ອນວ່າ ນີ້ແມ່ນບົດລະຄອນໃຫຍ່, ມີຫຼາຍເນື້ອໃນທີ່ມີຄວາມໝາຍ. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າເລືອກເອົາພຽງແຕ່ຕອນດຽວເທົ່ານັ້ນເພື່ອຮຽບຮຽງຄືນ ແລະ ນຳເຂົ້າຜົນງານຂອງຕົນເທົ່ານັ້ນ. ຜ່ານການເດີນທາງຂອງທ້າວນ້ອຍ Remi, ແຕ່ລະກໍລະນີໃນຜົນງານນັ້ນ ລ້ວນແຕ່ເປັນບົດຮຽນທີ່ມີຄຸນຄ່າ. ຕົວຢ່າງຄື ຄຳເວົ້າທີ່ວ່າ: “ຢາກເຮັດຫຍັງແມ່ນຕ້ອງຕັ້ງໃຈເຮັດ” ຫຼື “ຢາກມີແນວກິນກໍຕ້ອງອອກແຮງງານ”… ບັນດາຄຳເວົ້າເບິ່ງຄືວ່າງ່າຍໆ ແຕ່ມີຄຸນຄ່າຢ່າງເລິກເຊິ່ງສຳລັບທຸກເພດທຸກໄວ, ບໍ່ພຽງແຕ່ສຳລັບເດັກນ້ອຍເທົ່ານັ້ນ, ຫາກນັບທັງຜູ້ໃຫຍ່ຄືພວກເຮົາກໍຕ້ອງໄດ້ເບິ່ງຄືນ”.
ຈຸດທີ່ເປັນເອກະລັກຂອງບົດລະຄອນນີ້ແມ່ນການນຳໃຊ້ດົນຕີ ແມ່ນການເຮັດ ໃໝ່ຢ່າງມີຫົວຄິດປະດິດສ້າງ. ຄຳສັບພາສາ ຫວຽດ ກໍໄດ້ຮັບການໃຊ້ຢ່າງຜັດສີໃຫ້ເໝາະສົມກັບຜູ້ຊົມ ຫວຽດນາມ ແລະ ໄດ້ສະແດງໂດຍບັນດານັກສິລະປິນທີ່ມີຄວາມເກັ່ງກ້າສາມາດ, ທັງສະແດງ, ທັງຂັບຮ້ອງ, ທັງຟ້ອນຢ່າງຊຳນານງານ. ນັກສິລະປິນດີເດັ່ນ ແອັງຕວຽດ ໃຫ້ຮູ້ວ່າ:
“ໄປຄຽງຄູ່ກັບເນື້ອຫາຂອງເລື່ອງລາວແລ້ວ, ຜົນງານນີ້ຍັງໄດ້ຮັບການສະແດງຜ່ານບົດເພງ, ວາດຟ້ອນທີ່ໃກ້ຊິດສະໜິດສະໜົມ. ພິເສດແມ່ນດົນຕີ, ຂ້າພະເຈົ້າຄິດວ່າ ນີ້ແມ່ນສິລະປະກຳທີ່ພົ້ນເດັ່ນຂອງໂລກ, ດັ່ງນັ້ນ, ໃນຜົນງານຂອງຕົນ, ຂ້າພະເຈົ້າໄດ້ເລືອກນຳໃຊ້ດົນຕີ ຄຼາດຊິກ ແລະ ໄດ້ເຮັດໃໝ່ດ້ວຍການປະສານສຽງຕາມລົມຫາຍໃຈຂອງຍຸກສະໄໝ”.
ກໍຄືກັນກັບເວທີສະແດງສິລະປະຢູ່ພາກເໜືອ ຫວຽດນາມ, ຕົ້ນເດືອນມິຖຸນານີ້, ມີຫຼາຍເວທີສະແດງສິລະປະຢູ່ນະຄອນ ໂຮ່ຈີມິນ ກໍໄດ້ກຽມພ້ອມເປີດຕົວບັນດາຜົນງານສິລະປະໃຫ້ແກ່ອະນຸຊົນເຍົາວະຊົນ.
ປີ 2025 ແມ່ນປີທີ 25 ທີ່ໂຮງລະຄອນ IDECAF ໄດ້ຜັນຂະຫຍາຍລາຍການ “ແຕ່ກີ້, ແຕ່ກ່ອນ” ຮັບໃຊ້ເດັກນ້ອຍເຍົາວະຊົນໃນລະດູພັກແລ້ງຢ່າງລຽນຕິດ. ລະດູພັກແລ້ງປີນີ້, ໂຮງລະຄອນແຫ່ງນີ້ໄດ້ແນະນຳບົດລະຄອນ “Descendants of the Sun Vietnam”, ດ້ວຍການເຂົ້າຮ່ວມການສະແດງຂອງນັກສິລະປະ, ນັກສະແດງປະມານ 70 ທ່ານ, ໃນນັ້ນ ມີນັກສິລະປິນຊື່ດັງຫຼາຍຄົນ. ບົດລະຄອນນີ້ໄດ້ຂຸດຄົ້ນຄວາມຮັກໃນຄອບຄົວ, ອັນໄດ້ສ້າງອາລົມຄວາມຮູ້ສຶກຫຼາຍຢ່າງແກ່ຜູ້ຊົມ. ນັກສິລະປິນ ດິ່ງຕວ່ານ, ຜູ້ກຳກັບບົດລະຄອນເລື່ອງ “Descendants of the Sun Vietnam” ໄດ້ແນະນຳວ່າ:
“ບົດລະຄອນນີ້ ໂດຍນັກປະພັນ ກວາງຖາວ ຮຽບຮຽງຈາກບັນດາເລື່ອງນິທານຂອງ ສ.ເກົາຫຼີ. ຖ້າວ່າ ຊາວ ຫວຽດນາມ ມີກົກເຄົ້າເຫງົ້າກໍແມ່ນ ລູກມັງກອນ, ຫຼານເທວະດາແລ້ວ, ຊາວ ສ.ເກົາຫຼີ ກໍ່ຖືວ່າ ເຂົາເປັນລູກຫຼານຂອງພະຕາເວັນ. ແລະ ໃນເລື່ອງນີ້ ມີຫຼາຍຕົວລະຄອນທີ່ໜ້າຮັກ”.
ນອກຈາກໂຮງລະຄອນ IDECAF ແລ້ວ, ບັນດາເວທີສະແດງ, ຫົວໜ່ວຍສິລະປະອື່ນ ກໍໄດ້ແນະນຳບັນດາລາຍການຮັບໃຊ້ໃຫ້ເດັກນ້ອຍຢ່າງອຸດົມສົມບູນ. ບໍ່ພຽງແຕ່ນຳມາເຊິ່ງສຽງຫົວເທົ່ານັ້ນ, ຫາກຍັງຊ່ວຍໃຫ້ພວກນ້ອງເຍົາວະຊົນມີບັນດາບົດຮຽນທີ່ເປັນປະໂຫຍດ ແລະ ມີຄວາມໝາຍກ່ຽວກັບຊີວິດອີກດ້ວຍ. ໄປຄຽງຄູ່ກັນນັ້ນ, ບັນດານັກສິລະປິນ ກໍປາດຖະໜາວ່າ ຈະແນະນຳຫຼາຍຜົນງານທີ່ເປັນເອກະລັກ, ໃໝ່ອ່ຽມ ຊ່ວຍເຮັດໃຫ້ຊີວິດທາງດ້ານຈິດໃຈຂອງເດັກໃນລະດູພັກແລ້ງນີ້ມີຊີວິດຊີວຫຼາຍກວ່າ./.