ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢຸງ ໃຫ້ຮູ້ວ່າ, ບັນດາການຜັນແປທົ່ວໂລກພວມສ້າງທ່າອ່ຽງຫັນປ່ຽນໃໝ່, ເປີດກາລະໂອກາດໃໝ່ຫຼາຍຢ່າງ.
ທີ່ການໂອ້ລົມສົນທະນາ (ພາບ: VGP)
ວັນທີ 30 ພຶດສະພາ, ຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈິຢຸງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາພົບປະສະຫະພັນບັນດາອົງການຈັດຕັ້ງເສດຖະກິດ ຍີ່ປຸ່ນ (Keidanren).
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢຸງ ໃຫ້ຮູ້ວ່າ, ບັນດາການຜັນແປທົ່ວໂລກພວມສ້າງທ່າອ່ຽງຫັນປ່ຽນໃໝ່, ເປີດກາລະໂອກາດໃໝ່ຫຼາຍຢ່າງ. ທ່ານເນັ້ນໜັກວ່າ, ໂລກຕ້ອງພ້ອມກັນສ້າງໂຄງປະກອບບັນດາລະບົບສະໜອງຄືນໃໝ່ ໂດຍອີງໃສ່ຈຸດດີ, ທ່າແຮງຂອງ 2 ຝ່າຍ, ຫຼຸດຜ່ອນຜົນສະທົບຈາກບັນດາປັດໃຈພາຍນອກ. ສຳລັບ ຫວຽດນາມ, ປີນີ້ແມ່ນປີ “ເພີ່ມຄວາມໄວ, ບຸກທະລຸ, ສຳລັດ” ເພື່ອປະຕິບັດສຳເລັດບັນດາເປົ້າໝາຍພັດທະນາຂອງໄລຍະ 2021 – 2025.
ແລະກໍ່ໃນວັນດຽວກັນ, ຢູ່ ໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢຸງ ໄດ້ຕ້ອນຮັບທ່ານ Shingo Ueno, ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Sumitomo ແລະ ເຂົ້າຮ່ວມວັນຫັນເປັນດີຈີຕອນ 2025 ຂອງ ຫວຽດນາມ.
ວັນທີ 31 ພຶດສະພາ, ຢູ່ນະຄອນຫຼວງ ໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈິຢຸງ ໄດ້ເຂົ້າຮ່ວມງານບຸນ ຫວຽດນາມ 2025. ນີ້ແມ່ນງານບຸນ ຫວຽດນາມ ຈັດຂຶ້ນປະຈຳປີໃຫຍ່ທີ່ສຸດຢູ່ ຍີ່ປຸ່ນ, ດຶງດູດປະຊາຄົມຊາວ ຫວຽດນາມ, ເພື່ອນມິດ ຍີ່ປຸ່ນ ແລະ ສາກົນ ເຂົ້າຮ່ວມ ແລະ ຮັບປະທານບັນດາເຍື່ອງອາຫານຂອງ ຫວຽດນາມ. ກ່າວຄຳເຫັນຢູ່ທີນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢຸງ ຢືນຢັນວ່າ, ຜ່ານການຈັດງານບຸນ 17 ຄັ້ງນັບແຕ່ປີ 2008, ງານບຸນໄດ້ກາຍເປັນເຫດການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ທີ່ເປັນເອກະລັກສະເພາະ. ງານບຸນນີ້ຈັດຂຶ້ນເປັນ 2 ວັນ, ຄາດວ່າຈະດຶງດູດຜູ້ເຂົ້າຮ່ວມປະມານ 180.000 ເທື່ອຄົນ.
(ແຫຼ່ງຄັດຈາກ VOV)