ທີ່ການໂອ້ລົມສົນທະນາ, ບັນດາວິສາຫະກິດ, ສະຫະສະມາຄົມວິສາຫະກິດສະແດງຄຳໝັ້ນສັນຍາເຄື່ອນໄຫວຖືກຕາມກົດໝາຍ, ສັດຊື່, ມີຄວາມຮັບຜິດຊອບຕໍ່ສັງຄົມ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານການໂອ້ລົມສົນທະນາກັບວິສາຫະກິດ, ສະຫະສະມາຄົມວິສາຫະກິດ)
ຕອນເຊົ້າວັນທີ 31 ພຶດສະພາ, ຢູ່ສຳນັກງານລັດຖະບານ ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານການໂອ້ລົມສົນທະນາກັບວິສາຫະກິດ, ສະຫະສະມາຄົມວິສາຫະກິດ ເພື່ອປະຕິບັດມະຕິເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດພາກເອກະຊົນໃຫ້ມີປະສິດທິຜົນ. ການໂອ້ລົມສົນທະນາຈັດຂຶ້ນແບບຊຶ່ງໜ້າ ແລະ ເຊື່ອມຕໍ່ທາງອອນໄລກັບສຳນັກງານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນໃນທົ່ວປະເທດ.
ທີ່ການໂອ້ລົມສົນທະນາ, ບັນດາວິສາຫະກິດ, ສະຫະສະມາຄົມວິສາຫະກິດສະແດງຄຳໝັ້ນສັນຍາເຄື່ອນໄຫວຖືກຕາມກົດໝາຍ, ສັດຊື່, ມີຄວາມຮັບຜິດຊອບຕໍ່ສັງຄົມ. ວິສາຫະກິດໃຫຍ່ສະແດງຄວາມມານະພະຍາຍາມ, ນຳໜ້າ, ນຳພາບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ; ວິສາຫະກິດຂະໜາດນ້ອຍ ແລະ ກາງກໍ່ສະແດງຄວາມຕັດສິນໃຈພັດທະນາກາຍເປັນວິສາຫະກິດຂະໜາດກາງ ແລະ ໃຫຍ່.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ບັນດາມະຕິຂອງກົມການເມືອງ, ສະພາແຫ່ງຊາດ, ລັດຖະບານ ໄດ້ສ້າງໃຫ້ຄົບຊຸດ, ຄົບຖ້ວນແລ້ວ, ບັນຫາທີ່ວາງອອກ ແລະ ຄວາມປາດຖະໜາໃຫຍ່ຫຼວງທີ່ສຸດແມ່ນຈັດການປະຕິບັດໃຫ້ເປັນຢ່າງດີທີ່ສຸດ, ມີປະສິດທິຜົນຢ່າງແທດຈິງ.
“ແນ່ນອນວ່າຕ້ອງເຮັດ, ແຕ່ກ່ອນຈະເຮັດແມ່ນຕ້ອງ “ຄິດໃຫ້ເລິກ, ເຮັດໃຫ້ໃຫຍ່”… ບົນພື້ນຖານນັ້ນ ເປັນເອກະພາບວິທີການປະຕິບັດເພື່ອບັນລຸປະສິດທິຜົນເປັນຢ່າງດີທີ່ສຸດ. ເຮັດແນວໃດເສີມຂະຫຍາຍວິສາຫະກິດເກືອບ 1 ລ້ານແຫ່ງ ແລະ ຄອບຄົວດຳເນີນທຸລະກິດ 5 ລ້ານແຫ່ງ ໃຫ້ເສີມຂະຫຍາຍຄວາມສາມາດປະກອບສ່ວນເປັນຢ່າງດີທີ່ສຸດ. ແຕ່ລະຄົນ, ແຕ່ລະຄອບຄົວໄດ້ປະກອບສ່ວນ, ສັງຄົມຈຶ່ງມີແຫຼ່ງກຳລັງຢ່າງໃຫຍ່ຫຼວງໄດ້. ຈາກນັ້ນ, ຈຶງປ່ຽນແປງສະພາບການ, ຫັນປ່ຽນສະພາບການ, ນຳປະເທດໃຫ້ພັດທະນາຢ່າງວ່ອງໄວ, ຍືນຍົງໄດ້”.
(ແຫຼ່ງຄັດຈາກ VOV)