• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນິງທ້ວນ ສົ່ງເສີມ, ໂຄສະນາວັດທະນະທຳ, ທ່ອງທ່ຽວຢູ່ນະຄອນຫຼວງຮ່າໂນ້ຍ

ຕອນບ່າຍວັນທີ 30 ກັນຍາ, ກອງທຶນໜູນຊ່ວຍການພັດທະນາການທ່ອງທ່ຽວໄດ້ຮ່ວມມືກັບພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງ ນິງທ້ວນ ຈັດຕັ້ງ “ກອງປະຊຸມສົ່ງເສີມ, ໂຄສະນາການທ່ອງທ່ຽວນີງຖ້ວນ” ແລະ ເຫດການ “ວັນວັດທະນະທຳ, ທ່ອງທ່ຽວນີງທ້ວນ” ຢູ່ຮ່າໂນ້ຍ ປີ 2022  
  ແນະນຳຜະລິດຕະພັນຂອງໝູ່ບ້ານອາຊີບຫັດຖະກຳຂອງນີງທ້ອນ  

ກອງປະຊຸມໄດ້ດຳເນີນຢູ່ນະຄອນ ຮ່າໂນ້ຍ ເພື່ອແນະນຳ ແລະ ໂຄສະນາບັນດາສະຖານທີ່ທ່ອງທ່ຽວ, ຜະລິດຕະພັນທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວຂອງ ນິງທ້ວນ ໃຫ້ແກ່ບັນດານັກລົງທຶນ, ວິສາຫະກິດທ່ອງທ່ຽວຢູ່ນະຄອນ ຮ່າໂນ້ຍ, ຫັນບັນດາການເຄື່ອນໄຫວສົ່ງເສິມໂຄສະນາການທ່ອງທ່ຽວ ນິງທ້ວນ, ດຶງດູດແຂກທ່ອງທ່ຽວ, ປະກອບສ່ວນເຂົ້າໃນການເຕີບໂຕຂອງຂະແໜງທ່ອງທ່ຽວຂອງແຂວງ. “ວັນວັດທະນະທຳ ແລະ ທ່ອງທ່ຽວ ນິງທ້ວນ” ຢູ່ ຮ່າໂນ້ຍ ປີ 2022 ດຳເນີນໄປດ້ວຍຫຼາຍການເຄື່ອນໄຫວທີ່ຟົດຟື້ນ, ໃນນັ້ນລວມມີການສະແດງ ສິລະປະຟ້ອນລຳທຳເພງ,ແນະນຳເຄື່ອງດົນຕີ, ພົບປະແລກປ່ຽນ, ແນະນຳວາດຟ້ອນ, ວາງສະແດງຜະລິດຕະພັນຂອງໝູ່ບ້ານອາຊີບຫັດຖະກຳ ພ້ອມກັບ 51 ຮ້ານວາງສະແດງ ແລະ ແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ, ຜະລິດຕະພັນ Ocop, ຜະລິດຕະພັນທ່ອງທ່ຽວ, ບັນດາເບື່ອງອາຫານ ຂອງແຂວງ.

(ແຫຼ່ງຄັດຈາກ VOV)

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ບັນດາອົງການສື່ມວນຊົນໃຫຍ່ຂອງລາວ ເຊັ່ນ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ, ສະຖານີໂທລະພາບແຫ່ງຊາດ ລາວ, ໜັງສືພິມປະຊາຊົນ, Vientiane Times, ປະເທດລາວ, ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

Top