• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ມາເລເຊຍ ຢ້ຽມຢາມ ສິງກະໂປ, ຊຸກຍູ້ການຮ່ວມມືເສດຖະກິດດີຈີຕອນ, ເສດຖະກິດສີຂຽວ

ສອງຝ່າຍໃຫ້ຄຳໝັ້ນສັນຍາຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືໃນບັນດາຂົງເຂດໃໝ່, ຄື: ສ້າງລະບົບຊຳລະເອເລັກໂຕນິກຂ້າມຊາຍແດນ, ພັດທະນາບັນດາມາດຖານເຕັກໂນໂລຊີກ່ຽວຂ້ອງເຖິງພະລັງງານໃໝ່...
  ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ (ພາບ:Twitter/Anwar Ibrahim)  

ໃນການຢ້ຽມຢາມ ສິງກະໂປ ເປັນເວລາ ໜຶ່ງວັນຢ່າງເປັນທາງການ, ວັນທີ 30 ມັງກອນ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ພົບປະເຈລະຈາກັບຄູ່ຕຳແໜ່ງ ຫຼີຊຽນຫຼົງ. ນະທີ່ນີ້, ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາມາດຕະການເພື່ອຊຸກຍູ້ການຮ່ວມມືທີ່ແທດຈິງໃຫ້ຄົບຊຸດ, ມີປະສິດທິຜົນກ່ວາອີກ. ໃນນັ້ນ, ສອງຝ່າຍໃຫ້ຄຳໝັ້ນສັນຍາຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືໃນບັນດາຂົງເຂດໃໝ່, ຄື: ສ້າງລະບົບຊຳລະເອເລັກໂຕນິກຂ້າມຊາຍແດນ, ພັດທະນາບັນດາມາດຖານເຕັກໂນໂລຊີກ່ຽວຂ້ອງເຖິງພະລັງງານໃໝ່ ແລະ ພະລັງງານຜະລິດຄືນໃໝ່, ຊຸກຍູ້ພື້ນຖານເສດຖະກິດ ກາກບອນຕ່ຳ… ກ່າວຄຳເຫັນໃນການຖະແຫຼງຂ່າວຮ່ວມພາຍຫຼັງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ສິງກະໂປ ໃຫ້ຮູ້ວ່າ: ການຮ່ວມມືຂອງສອງປະເທດຈະສ້າງໝາກຜົນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ດ້ວຍບັນດາຜົນປະໂຫຍດຮູບປະທຳມາໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຂອງສອງປະເທດ, ນຳການພົວພັນສິງກະໂປ - ມາເລເຊຍ ພັດທະນາຂຶ້ນສູ່ລະດັບສູງໃໝ່.

ພາຍຫຼັງການພົບປະເຈລະຈາ,  ທ່ານນາຍົກລັດຖະມົນຕີ ມາເລເຊຍ ແລະ ຄູ່ຕຳແໜ່ງ ສິງກະໂປ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 3 ສະບັບ, ເຊິ່ງລວມມີ: ຂອບຂໍ້ຕົກລົງຮ່ວມມື ກ່ຽວກັບເສດຖະກິດດີຈີຕອນ, ຂອບການຮ່ວມມືກ່ຽວກັບເສດຖະກິດສີຂຽວ, ບົດບັນທຶກຊ່ວຍຈຳກ່ຽວກັບຄວາມໝັ້ນຄົງທາງອິນເຕີເນັດ ແລະ ປົກປ້ອງຂໍ້ມູນສ່ວນຕົວ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ປັດ​ຈຸ​ບັນ, ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ການ​ສັບ​ຊ້ອນ​ກົງ​ຈັດ​ລັດ​ໃຫ້​ກະ​ທັດ​ລັດ​ຢ່າງ​ແຮງ, ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ບໍ​ລິ​ຫາ​ນ​ແຫ່ງ​ຊາດ. ເປົົ້າ​ໝາຍ​ໃຫຍ່​ສຸດ​ແມ່ນ​ເພື່ອ​ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ໃໝ່, ຍົກ​ສູງ​ກຳ​ລັງ​ແຮງ​ແກ້ງ​ແຍ້ງ ແລະ ກຳ​ລັງ​ແຮງ​ທົນ​ທານ​ຂອງ​ປະ​ເທດ ໃນ​ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ ແລະ ສັບ​ສົນ.

Top