• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ພ້ອມກັນສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄົບຮອບ 59 ປີ, ວັນເຊັນສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC) ຄົບຮອບ 50 ປີ ແລະ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ຄົບຮອບ 31 ປີ,
  ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບ ເອກອັກຄະລັດຖະທູດ, ທູຕານຸທູດບັນດາປະເທດ ອາຊຽນ (ພາບ: VNA)  

ຕອນບ່າຍວັນທີ 4 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບ ເອກອັກຄະລັດຖະທູດ, ທູຕານຸທູດບັນດາປະເທດ ອາຊຽນ ເຂົ້າຢ້ຽມຂຳ່ນັບ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະເທດປະເທດ ໂຕເລີມ ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນກັບ ອາຊຽນ ແລະ ບັນດາປະເທດ ອາຊຽນ ເປັນສຳຄັນ, ຖື ອາຊຽນ ແມ່ນມະຫາຄອບຄົວທີ່ສະໜິດຕິດພັນ ແລະ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ເປັນມິດສະໜິດສະໜົມ. ພ້ອມກັນນັ້ນ, ກໍ່ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ຊຸກຍູ້ບັນດາ ການພົວພັນໃຫ້ກ້າວເຂົ້າສູ່ລວງເລິກ, ແທ້ຈິງ, ມີສະຖຽນລະພາບ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ໝັ້ນຄົງຍາວນານ, ພ້ອມກັນສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ.

ເມື່ອແບ່ງປັນກ່ຽວກັບການກຳນົດທິດໃນການຮ່ວມມືຂອງ ອາຊຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນໜັກວ່າ: ໃນສະພາບການໂລກພວມມີການຜັນແປທີ່ສັບສົນ, ອາຊຽນ ແລະ ບັນດາປະເທດສະມາຊິກຄວນຍູ້ແຮງການຮ່ວມມືພັດທະນາເສດຖະກິດ - ສັງຄົມ, ການຄ້າ, ການລົງທຶນລະຫວ່າງບັນດາປະເທດ ອາຊຽນ ນຳກັນ ແລະ ລະຫວ່າງ ອາຊຽນ ກັບບັນດາປະເທດຄູ່ຮ່ວມມື, ເອົາໃຈໃສ່ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ມີລັກສະນະໜູນຊ່ວຍກັນ, ຮັດແຄບຊ່ອງຫວ່າງການພັດທະນາລະຫວ່າງບັນດາປະເທດສະມາຊິກ.

ໂດຍຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດ, ທູຕານຸທູດບັນດາປະເທດ ອາຊຽນ ປະຈຳ ຮ່າໂນ້ຍ, ທ່ານ Francisco Noel R. Fernandez III ເອກອັກຄະລັດຖະທູດ ຟີລິບປິນ ຢັ້ງຢືນບັນດາປະເທດ ອາຊຽນ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ ທີ່ກ່ຽວຂ້ອງຂອງ ຫວຽດນາມ ເພື່ອຊຸກຍູ້ການພົວພັນສອງຝ່າຍ ກໍ່ຄືປະກອບສ່ວນສ້າງປະຊາຄົມ ອາຊຽນ ເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ ແລະ ຖືປະຊາຊົນເປັນໃຈກາງ, ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ຢູ່ໃນໂລກ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ ສິ້ນສຸດອາຍຸການປະຕິບັດງານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ ສິ້ນສຸດອາຍຸການປະຕິບັດງານ

ທ່ານປາດຖະໜາຢາກເພີ່ມພູນຄຸນສ້າງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ, ດ້ວຍຂອບຂະໜາດ ແລະ ເນື້ອໃນຮອບດ້ານ, ເລິກເຊິ່ງ, ກວ້າງຂວາງກວ່າ.

Top