• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ສ້າງກົດລະບຽບພັກໃຫ້ມີວິທະຍາສາດ, ປະຕິບັດຢ່າງງ່າຍດາຍ ແລະ ມີກຳລັງຊີວິດຍາວນານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕລິມ ໄດ້ເນັ້ນໜັກເຖິງບັນດາເນື້ອໃນພື້ນຖານຂອງກົດລະບຽບຂອງພັກ ທີ່ພວມປະກາດໃຊ້ຍັງມີຄຸນຄ່າເໝືອນເດີມ
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕລິມ, ກ່າວຄຳເຫັນທີ່ວາລະປະຊຸມ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 05 ສິງ​ຫາ, ຢູ່ ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ສະ​ຫຼຸບ​ສະ​ພ​າບ​ການ​ຕົວ​ຈິງ ແລະ ຄົ້ນ​ຄວ້າ​ປັບ​ປຸງ, ເພີ່ມ​ເຕີມ​ກົດ​ລະ​ບຽບ​ຂອງ​ພັກ (ຄະ​ນະ​ຊີ້​ນຳ) ໄດ້​ເປັນ​ປະ​ທານ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 1 ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ການ, ການ​ກຳ​ນົດ​ທິດ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ຂອງ​ຄະ​ນະ​ຊີ້​ນຳ.

ກ່າວ​ຄຳ​ເຫັນ​ສະ​ຫຼຸບ​ວາ​ລະ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ລິມ ໄດ້​ເນັ້ນ​ໜັກ​ເຖິງ​ບັນ​ດາ​ເນື້ອ​ໃນ​ພື້ນ​ຖານ​ຂອງ​ກົດ​ລະ​ບຽບ​ຂອງ​ພັກ ທີ່​ພວມ​ປະ​ກາດ​ໃຊ້​ຍັງ​ມີ​ຄຸນ​ຄ່າ​ເໝືອນ​ເດີມ; ແຕ່ກໍ່​ບໍ່​ຫຼີກ​ລ່ຽງ​ບັນ​ຫາ​ໃໝ່​ໂດຍ​ຕົວ​ຈິງ​ໄດ້​ວາງ​ອອກ. ເປົ້າ​ໝາຍ​ແມ່ນ​ສ້າງ​ກົດ​ລະ​ບຽບ​ຂອງ​ພັກ​ໃຫ້​ມີວ​ິ​ທະ​ຍາ​ສາດ, ແໜ້ນ​ແຟ້ນ, ກະ​ທັດ​ລັດ, ປະ​ຕິ​ບັດ​ຢ່າງ​ງ່າຍດາຍ ແລະ ມີ​ກຳ​ລັງ​ຊີ​ວິດ​ຍາວ​ນານ; ເຮັ​ດ​ໃຫ້​ອົງ​ການ​ເຂັ້ມ​ແຂງກວ່າ, ກົງ​ຈັກ​ລຸ​ລ່​ວງກວ່າ, ໜ້າ​ທີ່​ຮັບ​ຜິດ​ຊອບ​ຈະ​ແຈ້ງກວ່າ, ການ​ພົວ​ພັນ​ລະ​ຫວ່າງ​ພັກ ກັບ​ປະ​ຊາ​ຊົນ​ແໜ້ນ​ແຟ້ນກວ່າ. ທ່ານ​ຍັງ​ຮຽກ​ຮ້ອງປ່ຽນ​ແປງ​ໃໝ່​ວິ​ທີ​ການ​ຄົ້​ນ​ຄວ້າ ແລະ ຈັດ​ຕັ້ງ​ການ​ປະ​ຕິ​ບັດ.

(ແຫຼ່ງຄັດຈາກ VOV)

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ພ້ອມກັນສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ພ້ອມກັນສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄົບຮອບ 59 ປີ, ວັນເຊັນສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC) ຄົບຮອບ 50 ປີ ແລະ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ຄົບຮອບ 31 ປີ,

Top