ຂ່າວສານ

ນາຍົກລັດຖະມົນຕີ ມາເລເຊຍ ຢ້ຽມຢາມ ສິງກະໂປ, ຊຸກຍູ້ການຮ່ວມມືເສດຖະກິດດີຈີຕອນ, ເສດຖະກິດສີຂຽວ

ສອງຝ່າຍໃຫ້ຄຳໝັ້ນສັນຍາຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືໃນບັນດາຂົງເຂດໃໝ່, ຄື: ສ້າງລະບົບຊຳລະເອເລັກໂຕນິກຂ້າມຊາຍແດນ, ພັດທະນາບັນດາມາດຖານເຕັກໂນໂລຊີກ່ຽວຂ້ອງເຖິງພະລັງງານໃໝ່...
  ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ (ພາບ:Twitter/Anwar Ibrahim)  

ໃນການຢ້ຽມຢາມ ສິງກະໂປ ເປັນເວລາ ໜຶ່ງວັນຢ່າງເປັນທາງການ, ວັນທີ 30 ມັງກອນ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ພົບປະເຈລະຈາກັບຄູ່ຕຳແໜ່ງ ຫຼີຊຽນຫຼົງ. ນະທີ່ນີ້, ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາມາດຕະການເພື່ອຊຸກຍູ້ການຮ່ວມມືທີ່ແທດຈິງໃຫ້ຄົບຊຸດ, ມີປະສິດທິຜົນກ່ວາອີກ. ໃນນັ້ນ, ສອງຝ່າຍໃຫ້ຄຳໝັ້ນສັນຍາຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືໃນບັນດາຂົງເຂດໃໝ່, ຄື: ສ້າງລະບົບຊຳລະເອເລັກໂຕນິກຂ້າມຊາຍແດນ, ພັດທະນາບັນດາມາດຖານເຕັກໂນໂລຊີກ່ຽວຂ້ອງເຖິງພະລັງງານໃໝ່ ແລະ ພະລັງງານຜະລິດຄືນໃໝ່, ຊຸກຍູ້ພື້ນຖານເສດຖະກິດ ກາກບອນຕ່ຳ… ກ່າວຄຳເຫັນໃນການຖະແຫຼງຂ່າວຮ່ວມພາຍຫຼັງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ສິງກະໂປ ໃຫ້ຮູ້ວ່າ: ການຮ່ວມມືຂອງສອງປະເທດຈະສ້າງໝາກຜົນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ດ້ວຍບັນດາຜົນປະໂຫຍດຮູບປະທຳມາໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຂອງສອງປະເທດ, ນຳການພົວພັນສິງກະໂປ - ມາເລເຊຍ ພັດທະນາຂຶ້ນສູ່ລະດັບສູງໃໝ່.

ພາຍຫຼັງການພົບປະເຈລະຈາ,  ທ່ານນາຍົກລັດຖະມົນຕີ ມາເລເຊຍ ແລະ ຄູ່ຕຳແໜ່ງ ສິງກະໂປ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 3 ສະບັບ, ເຊິ່ງລວມມີ: ຂອບຂໍ້ຕົກລົງຮ່ວມມື ກ່ຽວກັບເສດຖະກິດດີຈີຕອນ, ຂອບການຮ່ວມມືກ່ຽວກັບເສດຖະກິດສີຂຽວ, ບົດບັນທຶກຊ່ວຍຈຳກ່ຽວກັບຄວາມໝັ້ນຄົງທາງອິນເຕີເນັດ ແລະ ປົກປ້ອງຂໍ້ມູນສ່ວນຕົວ.


top