ຕອນບ່າຍວັນທີ 5 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານພົນເຮືອເອກ Samuel Paparo ຜູ້ບັນຊາມານກອງບັນຊາການພາກພື້ນປາຊີຟິກ ອາເມລິກາ (USPACOM).
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ Samuel Paparo ຜູ້ບັນຊາການກອງບັນຊາການພາກພື້ນປາຊີຟິກ ອາເມລິກາ (ພາບ: VNA)
ທີ່ການຕ້ອນຮັບ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ສະເໜີສອງຝ່າຍຊຸກຍູ້ການຮ່ວມມືໂດຍຕ່າງຝ່າຍຕ່າງມີຜົນປະໂຫຍດກ່ຽວກັບວິທະຍາສາດເຕັກໂນໂລຢີ, ເນັ້ນໜັກເຖິງການບັນລຸໄດ້ບາດກ້າວບຸກທະລຸໃນການພັດທະນາວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ ແມ່ນບຸລິມະສິດຂອງ ຫວຽດນາມໃນການປະຕິບັດບັນດາເປົ້າໝາຍຍຸດທະສາດກ່ຽວກັບການເຕີບໂຕ; ເພີ່ມທະວີບັນດາໂຄງການຍົກສູງຄວາມສາມາດໃນການກວດຢັ້ງຢືນ ແລະ ສະໜອງສຳເນົາເອກະສານ, ວັດຖຸພັນ, ເພື່ອແນໃສ່ຍູ້ໄວວິວັດການຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ.
ສ່ວນທ່ານ ພົນເຮືອເອກ Samuel Paparo ກໍ່ເຫັນດີເປັນເອກະພາບກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນສອງປະເທດ ຂຶ້ນສູ່ລະດັບສູງໃໝ່, ພ້ອມທັງໃຫ້ຄຳໝັ້ນສັນຍາ ກອງບັນຊາການພາກພື້ນປາຊີຟິກ ຈະສືບຕໍ່ປະສານສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍ ບັນດາໂຄງການຮ່ວມມືມະນຸດສະທຳ, ກູ້ຊ່ວຍວິນາດຕະກຳ, ຍົກສູງຄວາມສາມາດໃນການປະຕິບັດກົດໝາຍທາງທະເລຢ່າງມີປະສິດທິຜົນ; ໜູນຊ່ວຍ ຫວຽດນາມແກ້ໄຂຜົນຕາມມາຈາກສົງຄາມ, ຮ່ວມເດີນທາງພ້ອມກັບຄວາມມານະພະຍາຍາມຂອງ ຫວຽດນາມ ໃນບັ້ນ 500 ວັນແລະ ຄືນຄົ້ນຫາ, ທ້ອນໂຮມ, ຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ.
(ແຫຼ່ງຄັດຈາກ VOV)