• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີໜ້າຢ່າງຈະແຈ້ງໃນກະສະຟອງ AI ໃນທົ່ວໂລກ

ໃນກະແສຟອງປັນຍາປະດິດ (AI), ຫວຽດນາມ ບໍ່ພຽງແຕ່ຢືນຢູ່ນອກສັງເກດການເທ່ົານັ້ນ ຫາກຍັງສະແດງໃຫ້ເຫັນແຈ້ງ ດ້ວຍຫຼາຍບົດບາດສຳຄັນ.
ບ່ອນວາງສະແດງສິນຄ້າ, ຜະລິດຕະພັນໃນ AI Day 2026. (ພາບ: VNA)

ນັ້ນແມ່ນການພິນິດໄສໃນ “ບົດລາຍງານ ການພັດທະນາໂລກ 2026: ຄວາມໝັ້ນໝາຍຂອງປັນຍາປະດິດ” ໂດຍທະນາຄາໂລກ (WB) ປະກາດໃນວັນທີ 4 ສິງຫາ. ບົດລາຍງານກໍ່ຮັບຮູ້ວ່າ ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍ ພື້ນຖານເສດຖະກິດນອກສະຫະພາບ ເອີລົບ (EU) ທີ່ໄດ້ປະກາດໃຊ້ຂອບນິຕິກຳກວມລວມກ່ຽວກັບປັນຍາປະດິດ ໃນປີ 2025. ຫວຽດນາມ ນຳໃຊ້ຮູບແບບຈັດແບ່ງຂັ້ນຄວາມສ່ຽງຄ້າຍຄືກັບສະຫະພາບ ເອີລົບ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວຍຸດທະສາດເພື່ອຄຸ້ມຄອງບັນດາລະບົບ ປັນຍາປະດິດຢ່າງປອດໄພ ແລະ ກະຈ່າງແຈ້ງ. ຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ນອນໃນ 5 ປະເທດພວມພັດທະນາການສົ່ງອອກ ແຖວໜ້າບັນດາຜະລິດຕະພັນເພື່ອສ້າງບັນດາລະບົບປັນຍາປະດິດ (ພ້ອມກັບປະເທດ: ຈີນ, ເມັກຊີໂກ, ມາເລເຊຍ ແລະ ໄທ).

ປັນຍາປະດິດ ນຳໂອກາດມາໃຫ້ ຫວຽດນາມ ເພື່ອຮັດແຄບວິວັດຂັ້ນ ຕອນການພັດທະນາໃຫ້ສັ້ນລົງ ແລະ ຢັ້ງຢືນທີ່ຕັ້ງບົດບາດໃນແຜນທີ່ເຕັກໂນໂລຢີ. ດ້ວຍການເປັນເຈົ້າການກ່ຽວກັບນະໂຍບາຍ, ຫວຽດນາມ ພວມມີບັນດາບາດກ້າວເດີນໄປຖືກທິດ.

(ແຫຼ່ງຄັດຈາກ VOV)

ຄົ້ນ​ພົບ ແລະ ທ້ອນ​ໂຮມ 197 ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ

ຄົ້ນ​ພົບ ແລະ ທ້ອນ​ໂຮມ 197 ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ

ໃນ​ວັນ​ທີ 3 – 4 ສິງ​ຫາ, ກອງ​ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຂຶ້ນ​ກັບ​ກອງ​ບັນ​ຊາ​ການ​ນະ​ຄອນ ​ໂຮ່​ຈີ​ມິນ ໄດ້​ສືບ​ຕໍ່​ເຄື່ອນ​ຍ້າຍ ແລະ ເປີດກວ້າງ​ຂອບ​ເຂດ​ການ​ຄົ້ນ​ຫາຢູ່​ເຂດ B ດ້ວຍບໍລິມາດ​ດິນ 500 ແມັດ​ກ້ອນ ເພື່ອ​ສາມາດເຂົ້າ​ເຖິງ​ບັນ​ດາ​ເຂດ​ທີ່​ສົງ​ໄສ​ມີ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ.

Top