ທ່ານນາຍົກລັດຖະມົນຕີໄດ້ໃສ່ໃຈວ່າ ບໍ່ໃຫ້ທັງລະບົບບໍ່ປະໝາດຢ່າງເດັດຂາດ ເມື່ອບາງເທື່ອຄວາມໄວໃນການຮັບປະກັນຄວາມໝັ້ນຄົງທາງໄຊເບີຍັງບໍ່ໄປທັນກັບທ່າພັດທະນາຂອງການຫັນເປັນດີຈີຕອນ.
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ກ່າວຄຳເຫັນທີ່ພິທີ (ພາບ: VNA)
ຕອນເຊົ້າວັນທີ 06 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳຄວາມໝັ້ນຄົງທາງໄຊເບີແຫ່ງຊາດ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄວາມໝັ້ນຄົງທາງໄຊເບີ ຫວຽດນາມ (06 ສິງຫາ 2024 – 26 ສິງຫາ 2026) ໃນຂອບເຂດບັນດາການເຄື່ອນໄຫວໂດຍຄະນະຊີ້ນຳຄວາມໝັ້ນຄົງທາງໄຊເບີ ສົມທົບກັບກະຊວງຕຳຫຼວດຈັດຂຶ້ນ ດ້ວຍຫົວຂໍ້ “ເພື່ອພື້ນທີ່ໄຊເບີມະນຸດສະທຳສຳລັບແຕ່ລະຄົນ”.
ທີ່ພິທີມິດຕິງ, ທ່ານນາຍົກລັດຖະມົນຕີໄດ້ໃສ່ໃຈວ່າ ບໍ່ໃຫ້ທັງລະບົບບໍ່ປະໝາດຢ່າງເດັດຂາດ ເມື່ອບາງເທື່ອຄວາມໄວໃນການຮັບປະກັນຄວາມໝັ້ນຄົງທາງໄຊເບີຍັງບໍ່ໄປທັນກັບທ່າພັດທະນາຂອງການຫັນເປັນດີຈີຕອນ. ພິເສດ, ບັນດາຄວາມສ່ຽງຈາກອາດຊະຍາກຳເຕັກໂນໂລຊີສູງ, ການບຸກໂຈມຕີທາງໄຊເບີ, ສໍ້ໂກງຫຼອກລວງທາງອອນລາຍ ແລະ ການລະເມີດຂໍ້ມູນສ່ວນຕົວພວມເກີດຂຶ້ນຢ່າງສັບສົນ. ທ່ານນນາຍົກລັດຖະມົນຕີຮຽກຮ້ອງວ່າ ຕ້ອງຕິດພັນລະຫວ່າງ “ປົກປ້ອງລະບົບ” ແລະ “ປົກປ້ອງມະນຸດ”.
“ການຮັບປະກັນຄວາມປອດໄພທາງໄຊເບີຕ້ອງມີຄວາມຕິດພັນຢ່າງແໜ້ນແຟ້ນ, ຄົບຊຸດລະຫວ່າງການປົກປ້ອງລະບົບ ແລະ ປົກປ້ອງມະນຸດ, ດ້ວຍເປົ້າໝາຍແມ່ນຖືເອົາຄວາມປອດໄພ, ຄວາມສະຫງົບສຸກ ແລະ ຄວາມຜາສຸກຂອງປະຊາຊົນເປັນໄມ້ຫຼາວັດແທກສູງສຸດໃຫ້ທຸກນະໂຍບາຍ. ນີ້ກໍ່ແມ່ນແນວຄິດຊີ້ນຳລຸລ່ວງຂອງສານ ວັນຄວາມໝັ້ນຄົງທາງໄຊເບີປີນີ້: “ເພື່ອພື້ນທີ່ໄຊເບີມະນຸດສະທຳສຳລັບລະຄົນ”.
(ແຫຼ່ງຄັດຈາກ VOV)