• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸ​ກ ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ແຂວງ​ລ້າງ​ເຊີນ

ຕອນເຊົ້າວັນທີ 4 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງລ້າງເຊີນ ຄົບຮອບ 190 ປີ (04/11/1831 – 04/11/2021), ສະເຫຼີມສະຫຼອງວັນຄ້າຍວັນເກິດທ່ານ ຮ່ວາງວັນຖຸ ຄົບຮອບ 112 ປີ (04/11/1909 – 04/11/2021) ແລະ ຮັບຫຼຽນໄຊເອກະລາດຊັ້ນໜຶ່ງ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ, ໃນສະພາບທີ່ຍັງມີຫຼາຍຂໍ້ຈຳກັດຂອງເຂດພູດອຍ, ເຂດຊາຍແດນ, ແຕ່ດ້ວຍຄວາມຕັດສິນໃຈຢ່າງສູງຂອງທັງລະບົບການເມືອງ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາຊົນເຜົ່າແຂວງລ້າງເຊີນ ສຶບຕໍ່ເສີມຂະຫຍາຍມູນເຂື້ອການປະຕິວັດ, ໄດ້ຍົກສູງຈິດໃຈສາມັກຄີ, ອອກແຮງງານດຸໝັ່ນຂະຫຍັນພຽນ, ປ່ຽນແປງໃໝ່, ປະດິດຄິດສ້າງ, ຜ່ານຜ່າຄວາມຫຍູ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ລະດົມບັນດາແຫຼ່ງກຳລັງ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ກໍ່ສາງແຂວງລ້າງເຂີນໃຫ້ນັບມື້ນັບພັດທະນາໃນບັນດາຂົງເຂດດ້ານ ເສດຖະກິດ - ສັງຄົມ, ວັດທະນະທຳ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພົວພັນຕ່າງປະເທດ.

ໃນຊຸມປີທີ່ຈະມາເຖິງ, ທ່ານປະທານປະເທດ ສະເໜີອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປະຊາຊົນບັນດາຊົນເຜົ່າຢູ່ແຂວງ ລ້າງເຊີນ ຜັນຂະຫຍາຍບັນດາມາດຕະການປະຕິບັດເປົ້າໝາຍຄວບຄູ່ “ທັງປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ທັງພັດທະນາເສດຖະກິດ-ສັງຄົມ, ປົກປັກຮັກສາສຸຂະພາບປະຊາຊົນ; ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລິກິດໃຫ້ດີຂຶ້ນ; ສຸມໃສ່ພັດທະນາເສດຖະກິດດ່ານຊາຍແດນ, ການຄ້າ, ການບໍລິການ Logistics” ຢ່າງມີປະສິດທິຜົນ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ຢ້ຽມຢາມ, ມອບຂອງຂວັນໃຫ້ ນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນ ນອງວັນດິ້ງ (ພາບ: VOV)

ພ້ອມກັນນັ້ນເອົາໃຈໃສ່ໃນການພັດທະນາ ວັດທະນະທຳ, ສັງຄົມ, ຮັບປະກັນສະຫວັດດີການສັງຄົມ, ສຸມໃສ່ພັດທະນາການສຶກສາ-ບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີ, ສາທາລະນະສຸກ, ຍົກສູງສຸຂະພາບປະຊາຊົນ. ສຸມໃສ່ແກ້ໄຂບັນຫາວຽກເຮັດງານທຳ; ຜັນຂະຫຍາຍບັນດາຮູບການຫຼຸດຜ່ອນຄວາມທຸກຍາກຢ່າງໝັ້ນຄົງ; ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາຄວາມສະຖຽນລະພາບ, ການເມືອງ, ຄວາມສະຫງົບປອດໄພໃນສັງຄົມ.

ກ່ອນນັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີການຢ້ຽມຢາມ, ມອບຂອງຂວັນ, ອວຍພອນ ແລະ ໃຫ້ກຳລັງໃຈຄອບຄົວເປົ້າໝາຍນະໂຍບາຍຈຳນວນໜຶ່ງໃນເຂດແຂວງລ້າງເຊີນ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top