• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ: ສະ​ຖາ​ບັນ​ກະ​ສິ​ກຳ ຫວຽດ​ນາມ ປະ​ກອບ​ສ່ວນ​ປ່ຽນ​ແປງ​ພື້ນ​ຖານ​ກະ​ສິ​ກຳ ຫວຽດ​ນາມ

ຕອນເຊົ້າວັນທີ 20 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ ວັນຄູ ຫວຽດນາມ ຄືວັນທີ 20 ພະຈິກ ແລະ ໄຂສົກຮຽນໃໝ່ 2021 – 2022 ຂອງ ສະຖາບັນກະສິກຳ ຫວຽດນາມ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ  ມອບຂອງຂວັນໃຫ້ແກ່ ສະຖາບັນກະສິກຳ ຫວຽດນາມ (ພາບ:  VOV)

ຕາງໜ້າ ການນຳພັກ, ລັດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງ ຄຳອວຍພອນ ອັນດີງາມທີ່ສຸດ ມາຍັງບັນດາຄູອາຈານອາວຸໂສ, ຄູອາຈານ ແລະ ນັກສຶກສາ, ນັກຄົ້ນຄ້ວາຂອງ ສະຖາບັນກະສິກຳ ຫວຽດນາມ ທຸກຖ້ວນໜ້າ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

ບັນດາສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຜົນກະທົບຕໍ່ລະບົບຊີວະພາບ ພວມສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງ ເຖິງລັກສະນະຍືນຍົງຂອງ ພື້ນຖານກະສິກຳ ຫວຽດນາມ. ພິເສດແມ່ນຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19, ເລື່ອງຮັກສາສະຖາບັນ ທັງປະຕິບັດໜ້າທີ່ປ້ອງກັນ, ຕ້ານ ແລະ ຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີໄຫວພິບ ແລະ ປອດໄພ, ທັງຮັບປະກັນລັກສະນະຕໍ່ເນື່ອງ, ເປັນເອກະພາບຂອງລະບົບການຮຽນ, ການສອນ, ການຄົ້ນຄ້ວາວິທະຍາສາດ, ການຖ່າຍທອດເຕັກໂນໂລຢີ ແລະ ການຮ່ວມມືສາກົນຜ່ານຮູບແບບທາງໄກ ແມ່ນໜ້າທີ່ຫຍຸ້ງຍາກ. ບັນຫາເຫຼົ່ານັ້ນໄດ້ຕັ້ງຄຳຖາມຂຶ້ນວ່າ ພວກເຮົາຕ້ອງກຳນົດພື້ນຖານກະສິກຳຂອງ ຫວຽດນາມ ໃນໄລຍະຈະມາເຖິງຄືແນວໃດ? ເຮັດແນວໃດເພື່ອຫັນປ່ຽນນຳທັນກັບຍຸກສະໄໝ, ຄວາມຮຽກຮ້ອງຕ້ອງການຫັນເປັນດີຈີຕອນ ແລະ ຫັນສິ່ງທ້າທາຍໃຫ້ເປັນກາລະໂອກາດ. ສະຖາບັນກະສິກຳ ຫວຽດນາມ ຕ້ອງມີການປະກອບສ່ວນສຳຄັນເພື່ອຕອບຄຳຖາມເຫຼົ່ານີ້.

(ແຫຼ່ງຄັດຈາກ VOV)

ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ ດີສຸດຢູ່ ຫວຽດນາມ

ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ “ດີສຸດຢູ່ ຫວຽດນາມ”

ຫວ່າງແລ້ວນີ້ ວາລະສານທ່ອງທ່ຽວ ອາເມລິກາ CnTraveler ໃຫ້ຮູ້ວ່າ: ມີໂຮງແຮມ ຫວຽດນາມຫລາຍແຫ່ງໄດ້ຄັດເລືອກເຂົ້າບັນຊີລາຍຊື່ແຖວຫນ້າໂລກຂອງວາລະສານນີ້.

Top