• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫງວຽ​ນ​ຊວັນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ແມ່​ນ້ຳ​ຂອງ ​ແມ່​ນ້ຳລ້ານ​ຊ້າງ ຄັ້ງ​ທີ 3

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ, ຕອນເຊົ້າວັນທີ 24 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຂັ້ສູງການຮ່ວມມືແມ່ນ້ຳຂອງ - ແນ່ນ້ຳລ້ານຊ້າງຄັ້ງທີ 3ຕາມຮູບການທາງອອນລາຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມຂັ້ນສູງແມ່ນ້ຳຂອງ ແມ່ນ້ຳລ້ານຊ້າງ ຄັ້ງທີ 3 (ພາບ: TTXVN) 

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ, ທ່ານ ຫຼີເຄີຊຽງ ນາຍົກລັດຖະມົນຕີຈີນ ໄດ້ເປັນປະທານຮ່ວມຂອງກອງປະຊຸມຄັ້ງນີ້. ໂດຍມີການເຂົ້າຮ່ວມກອງປະຊຸມຂອງທ່ານ U Win Myint ປະທານາທິບໍດີ ມຽນມາ, ທ່ານ Hun Sen ນາຍົກລັດຖະມົນຕີ ກຳປູເຈຍ ແລະ ທ່ານ ປຣາຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄທ.

        ກ່າວຄຳເຫັນທີ່ກອງປະຊຸມ,ໂດຍໄດ້ກ່າວຄືນຫົວຂໍ້ຂອງກອງປະຊຸມແມ່ນ “ເພີ່ມທະວີການພົວພັນຄູ່ຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ”, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຖືວ່າ ກອງປະຊຸມນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດຢັ້ງຢືນຄວາມຕັດສິນໃຈ ແລະ ມານະພະຍາຍາມພ້ອມກັນເປັນເຈົ້າການໃນການຮັບມື, ຮັກສາການຮ່ວມມືພັດທະນາວັດທະນາຖາວອນ, ປະກອບສ່ວນເຂົ້າໃນການປັບປຸງການພົວພັນອັນດີງາມລະຫວ່າງ ບັນດາປະເທດສະມາຊິກ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ - ຈີນ ເລິກເຊິ່ງກ່ວາອີກ, ຊຸກຍູ້ການພັດທະນາ, ຮັດແຄບຊ່ອງຫວ່າງການພັດທະນາໃນພາກພື້ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໃຫ້ຮູ້ວ່າ:

        “ທີໜຶ່ງແມ່ນຮ່ວມມືບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ການພົວພັນແບບຈິງໃຈ, ສັດຊື່ ແລະ ມິດຕະພາບ. ທີ 2ແມ່ນຮັບປະກັນບັນດາຫຼັກການເຫັນດີເຫັນພ້ອມ, ຄວາມສະເໝີພາບ, ຄວາມສະໝັກໃຈ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເຄົາລົບກົດໝາຍສາກົນ. ທີ 3 ແມ່ນຖືມະນຸດເປັນໃຈກາງພັດທະນາແບບຍືນຍົງ ແມ່ນ ເນື້ອໃນລຸ້ລວງໃນທຸກໆການເຄື່ອນໄຫວ. ທີ 4 ແມ່ນ ເອົາໃຈໃສ່ເປັນພິເສດເຖິງການຊອກຫາວິທີການໃຫ້ແກ່ບັນດາສິ່ງທ້າທາຍລວມຂອງພາກພື້ນ, ຮັບປະກັນຜົນປະໂຫຍດອັນຊອບທຳຂອງບັນດາປະເທດສະມາຊິກ. ທີ 5 ແມ່ນເຄື່ອນໄຫວທີ່ມີຈຸດສຸມບົນພື້ນຖານເສີມຂະຫຍາຍທ່າແຮງຂອງບັນດາປະເທດສະມາຊິກ, ສົມທົບກັບອາຊຽນ ແລະ ບັນດາກົນໄກແມ່ນ້ຳຂອງຕ່າງໆຢ່າງກົມກຽວເພື່ອສ້າງຜົນກະທົບແຜ່ຂະຫຍາຍອອກ”.

(ແຫຼ່ງຄັດຈາກ VOV)

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ໃນໂອກາດຕ້ອນຮັບບຸນເຕັດ ແລະ ລະດູບານໃໝ່ປີມະເສັງ 2025, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ແຈກຢາຍເງິນກ່ວາ 16 ຕື້ດົ່ງ ຈາກກອງທຶນ “ເພື່ອຄົນທຸກຍາກ” ສູນກາງ ໄປຍັງ ກອງທຶນ“ເພື່ອຄົນທຸກຍາກ” ຂອງ 63 ແຂວງ, ນະຄອນໃນທົ່ວປະເທດ

Top