ຂ່າວສານ
ທ່ານນາຍົກລັດຖະມົນຕີຊາບຊຶມເປົ້າໝາຍສະກັດກັ້ນ, ຈຳກັດໂລກລະບາດ Covid – 19 ແຜ່ລາມອອກສູ່ວົງຄະນະຍາດ

ທ່ານນາຍົກລັດຖະມົນຕີຊາບຊຶມເປົ້າໝາຍສະກັດກັ້ນ, ຈຳກັດໂລກລະບາດ Covid – 19 ແຜ່ລາມອອກສູ່ວົງຄະນະຍາດ (ພາບ: chinhphu.vn)
ແຈ້ງການໄດ້ຊີ້ແຈ້ງວ່າວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໄດ້ກ້າວເຂົ້າສູ່ໄລຍະໃໝ່, ຮຽກຮ້ອງຕ້ອງມີຄວາມຕັດສິນໃຈສູງກ່ວາອີກ, ມີຄວາມສາມັກຄີ, ມີຄວາມຮັບຜິດຊອບສູງກ່ວາຂອງທົ່ວທັງລະບົບການເມືອງຕໍ່ບັນດາມາດຕະການຢ່າງແຮງ ແລະ ຂ້ຽວຂາດກ່ວາອີກ.
ທ່ານນາຍົກລັດຖະມົນຕີສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ປະຊາຊົນ, ເປັນຕົ້ນແມ່ນບັນດາອົງການຈັດຕັ້ງມະຫາຊົນ, ການເມືອງ- ສັງຄົມເພີ່ມທະວີການຂົນຂວາຍ, ກ່າວເຕືອນແລະປະຕິບັດ ໃນແຕ່ລະອົງການ, ກຸ່ມຊຸມຊົນ, ຄອບຄົວແລະປະຊາຊົນແຕ່ລະຄົນກ່ຽວກັບການປ່ຽນແປງຄວາມຊິນເຄີຍ, ແບບແຜນການດຳລົງຊີວິດຢ່າງແຮງເພື່ອປັບຕົວໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.
(ແຫຼ່ງຄັດຈາກ VOV)