• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ: ຫວຽດ​ນາມ ຍູ້​ແຮງ​ຫານ​ຫັນ​ເປັນ​ດີ​ຈີ​ຕອນ​ຢ່າງ​ໄວ​ວາ, ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເນັ້ນໜັກວ່າ: ການຫັນເປັນດີຈີຕອນ ແມ່ນແຜນນະໂຍບາຍ, ການກຳນົດທິດທີ່ໃຫ່ຍຫຼວງຂອງພັກ ແລະ ລັດ, ແມ່ນວຽກງານເປັນປະຈຳ, ຕິດຕາມຢ່າງຕໍ່ເນື່ອງ...

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເນັ້ນໜັກວ່າ: ການຫັນເປັນດີຈີຕອນ ແມ່ນແຜນນະໂຍບາຍ, ການກຳນົດທິດທີ່ໃຫ່ຍຫຼວງຂອງພັກ ແລະ ລັດ, ແມ່ນວຽກງານເປັນປະຈຳ, ຕິດຕາມຢ່າງຕໍ່ເນື່ອງ...

  

 ວາລະປະຊຸມທີ 3 ຂອງຄະນະກຳມະການ ແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ

ຕອນເຊົ້າວັນທີ 8 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ, ປະທານຄະນະກຳມະການແຫ່ງຊາດ ກ່ຽວກັບການຫັນເປັນດີຈີຕອນ ຟ້າມມິນຈິງ ໄດ້ເປັນປະທານວາລະປະຊຸມທີ 3 ຂອງຄະນະກຳມະການ ເພື່ອຕີລາຄາໝາກຜົນຂອງການຫັນເປັນດີຈີຕອນ ໃນ 6 ເດືອນຕົ້ນປີ 2022 ແລະ ກຳນົດບັນດາທິດທາງ, ມາດຕະການ, ໜ້າທີ່ການຫັນເປັນດີຈີຕອນໃນໄລຍະຈະມາເຖິງ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເນັ້ນໜັກວ່າ: ການຫັນເປັນດີຈີຕອນ ແມ່ນແຜນນະໂຍບາຍ, ການກຳນົດທິດທີ່ໃຫ່ຍຫຼວງຂອງພັກ ແລະ ລັດ, ແມ່ນວຽກງານເປັນປະຈຳ, ຕິດຕາມຢ່າງຕໍ່ເນື່ອງ, ຕີລາຄາ, ຊຸກຍູ້, ຊີ້ນຳຢ່າງໃກ້ຊິດ ແລະ ຜັນຂະຫຍາຍຢ່າງຂ້ຽວຂາດ; ຍູ້ແຮງ ການຫັນເປັນດີຈີຕອນຢ່າງໄວວາ, ມີປະສິດທິຜົນ ແລະ ແທດຈິງ.

   ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຈົ່ງສືບຕໍ່ຍູ້ແຮງການເຊື່ອມຕໍ່ບັນດາລະບົບຂໍ້ມູນຂ່າວສານ, ຮາກຖານເອກະສານແຫ່ງຊາດ, ວິຊາສະເພາະ ກັບສູນຂໍ້ມູນຂ່າວສານ, ການຊີ້ນຳບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ, ສ້າງລະບົບຂໍ້ມູນຂ່າວສານ ຮັບໃຊ້ວຽກງານຊີ້ນຳບໍລິຫານຂອງລັດຖະບານ. ທ່ານຍັງຮຽກຮ້ອງຕ້ອງເພີ່ມທະວີວຽກງານໂຄສະນາກ່ຽວກັບຜົນປະໂຫຍດຂອງການຫັນເປັນດີຈີຕອນ ໃຫ້ແກ່ ປຊຊ, ວິສາຫະກິດ, ຊ່ວຍ ປຊຊ. ວິສາຫະກິດ ຍົກສູງສະຕິຄວາມຮັບຮູ້, ເຂົ້າໃຈແຈ້ງກ່ຽວກັບຜົນປະໂຫຍດ ແລະ ປະສິດທິຜົນ. ຮີບເຮັ່ງສົມທົບກັບບັນດາກະຊວງ, ອົງການທີ່ກ່ຽວຂ້ອງສ້າງ ສຳເນົາເອກະສານຮ່າງກົດໝາຍວ່າດ້ວຍການພົວພັນແລກປ່ຽນເອເລກໂຕນິກ (ສະບັບປັບປຸງ) ສຳເລັດ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ ເພື່ອໃຫ້ຄຳເຫັນທີ່ສະໄໝປະຊຸມເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 15.

(ແຫຼ່ງຄັດຈາກ VOV)

ຫົວໜ້າກົມໃຫຍ່ການເມືອງກອງທັບ ປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ຫົວໜ້າກົມໃຫຍ່ການເມືອງກອງທັບ ປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ສືບຕໍ່ສຸມໃສ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍວຽກງານການໂຄສະນາ, ສຶກສາອົບຮົບທາງດ້ານປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ກອງທັບປະຊາຊົນສອງປະເທດໃຫ້ມີປະສິດທິຜົນ.

Top