• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຸດຍອດ​​ທຸ​ລະ​ກິດ ແລະ ການ​ລົງ​ທຶນ​ໃນ ອາ​ຊຽນ

ວັນທີ 10 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ ປະເທດ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນໃນ ອາຊຽນ ປີ 2022. ນີ້ແມ່ນກິດຈະກຳພົ້ນເດັ່ນ ເຊິ່ງ ສະພາໃຫ້ຄຳປຶກສາທຸລະກິດ ອາຊຽນ (ASEAN BAC) ຈັດຂຶ້ນທຸກໆປີ. ກອງປະຊຸມປີນີ້ ມີຫົວຂໍ້ “ຮ່ວມແຮງຮ່ວມໃຈຜ່ານຜ່າສິ່ງທ້າທາຍ”.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນໃນ ອາຊຽນ  

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ໃນໄລຍະປັດຈຸບັນ, ລັດຖະບານ, ວິສາຫະກິດ ແລະ ບັນດາຝ່າຍທີ່ກ່ຽວຂ້ອງໃນ ອາຊຽນ ຕ້ອງຜັນຂະຫຍາຍ ແຜນການຟື້ນຟູຮອບດ້ານ ເຊິ່ງບັນດາການນຳ ອາຊຽນ ໄດ້ຮັບຮອງເອົາໃນກອບປະຊຸມສຸດຍອດຄັ້ງທີ 37 ກໍຄື ບັນດາຂໍ້ລິເລີ່ມອື່ນໆ ເຊິ່ງ ອາຊຽນ ໄດ້ຮັບຮອງເອົາໃຫ້ມີປະສິດທິຜົນ, ສຸມໃສ່ 3 ກຳນົດທິດ: ຟື້ນຟູ, ຫັນເປັນດີຈີຕອນ ແລະ ຍືນຍົງ, ຍູ້ແຮງການໝູນໃຊ້ວິທະຍາສາດເຕັກນິກ, ອຸດສາຫະກຳເພື່ອຊຸກຍູ້ການຟື້ນຟູສີຂຽວ.

ພ້ອມດຽວກັນນັ້ນ, ບັນດາປະເທດສະມາຊິກ ອາຊຽນ ຕ້ອງຜັນຂະຫຍາຍຍຸດທະສາດສັງລວມ ອາຊຽນ ກ່ຽວກັບການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ສັນຍາການຄ້າເອເລັກໂຕນິກ ອາຊຽນ ໃຫ້ມີປະສິດທິຜົນ, ຍູ້ແຮງການຫັນເປັນດີຈີຕອນ ແລະ ການລົງທຶນພັດທະນາພື້ນຖານໂຄງລ່າງເຕັກນິກດີຈີຕອນ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຊື່ອມຕໍ່ໃນພາກພື້ນ ແລະ ຟື້ນຟູເສດຖະກິດ. ASEAN BAC ເສີມຂະຫຍາຍບົດບາດປະຈັນບານໃນທຸກການເຄື່ອນໄຫວຮ່ວມມື, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ຖ່າຍທອດເຕັກໂນໂລຢີ…; ຍູ້ແຮງການຫັນໄປສູ່ຮູບແບບເສດຖະກິດໝູນວຽນ, ການປະຢັດຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ, ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top