• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: “ຕ້ອງເດັດດ່ຽວໃນການຜັນຂະຫຍາຍບັນດາກິດຈະກຳຄົມມະນາຄົມຈຸດສຸມກວ່າອີກ”

ປະຈຸບັນ ຄະນະຊີ້ນຳພວມຮັບຜິດຊອບ 120 ໂຄງການ, ສະນັ້ນ, ຕ້ອງມີຄວາມຕັ້ງໜ້າ, ເຂັ້ມງວດທີ່ສຸດ, ປະຕິບັດໃຫ້ຖືກຕາມຄວາມຄືບໜ້າທີ່ໄດ້ວາງອອກ
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)

“ຕ້ອງເຂົ້າຮ່ວມໄວກວ່າ, ເດັດດ່ຽວກວ່າ, ລະດົມກຳລັງຕື່ມອີກເພື່ອປະຕິບັດໃຫ້ເປັນຢ່າງດີກວ່າ”. ນີ້ແມ່ນຄຳເນັ້ນໜັກຂອງທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ທີ່ກອງປະຊຸມຄັ້ງທີ 20 ຂອງຄະນະຊີ້ິ້ນຳແຫ່ງຊາດບັນດາກິດຈະກຳ, ໂຄງການສຳຄັນລະດັບຊາດ, ຈຸດສຸມຂະແໜງຄົມມະນາຄົມ, ຂົນສົ່ງ ຈັດຂຶ້ນໃນຕອນຄ່ຳວັນທີ 10 ກັນຍາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ (ຄະນະຊີ້ນຳ) ຊີ້ແຈ້ງວ່າ, ປະຈຸບັນ ຄະນະຊີ້ນຳພວມຮັບຜິດຊອບ 120 ໂຄງການ, ສະນັ້ນ, ຕ້ອງມີຄວາມຕັ້ງໜ້າ, ເຂັ້ມງວດທີ່ສຸດ, ປະຕິບັດໃຫ້ຖືກຕາມຄວາມຄືບໜ້າທີ່ໄດ້ວາງອອກ:

 “ຈັດແບ່ງຂັ້ນການບຸກເບີກໜ້າພຽງໃຫ້ແກ່ບັນດາທ້ອງຖິ່ນຢ່າງເດັດຂາດ. ໃນໄລຍະຜ່ານມາ, ມີທ້ອງຖິ່ນຈຳນວນໜຶ່ງບໍ່ກ້າຮັບ ແຕ່ຫຼັງຈາກນັ້ນພັດເຮັດໄດ້ເປັນຢ່າງດີ. ເຮັດຍິ່ງໄວກໍ່ຍິ່ງດີ. ຕ້ອງເຂົ້າຮ່ວມໄວກວ່າ, ເດັດດ່ຽວກວ່າ, ລະລົມກຳລັງຕື່ມອີກເພື່ອປະຕິບັດໃຫ້ເປັນຢ່າງດີກວ່າ, ຕ້ອງຮຽກຮ້ອງຈິດໃຈເຂັ້ມແຂງດ້ວຍຕົນເອງ”.

ທ່ານນາຍົກລັດຖະມົນຕີຮຽກຮ້ອງຕ້ອງມານະພະຍາຍາມຈົນສຸດຄວາມສາມາດເພື່ອປະຕິບັດສຳເລັດຄວາມຄືບໜ້າບັນດາໂຄງການ, ໂດຍສະເພາະແມ່ນເປົ້າໝາຍເສັ້ນທາງບົກຄວາມໄວສູງ 3.000 ກມ ແລະ ເສັ້ນທາງແຄມທະເລ 1.700 ກມ; ຮັບປະກັນການກໍ່ສ້າງໂຄງການທ່າສະຍານອາກາດສາກົນ ລອງແທັງ ໃຫ້ສຳເລັດໂດຍພື້ນຖານໃນປີນີ້.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ຈີນ ເຮັດ​ໃຫ້​ການ​ພົວ​ພັນ​ຢ່າງ​ແທ້​ຈິງ​ໃນ​ບ​ັນ​ດາ​ຂົງ​ເຂດ​ເລິກ​ເຊິ່ງ​ກ່​ວາ​ອີກ

ຫວຽດ​ນາມ ແລະ ຈີນ ເຮັດ​ໃຫ້​ການ​ພົວ​ພັນ​ຢ່າງ​ແທ້​ຈິງ​ໃນ​ບ​ັນ​ດາ​ຂົງ​ເຂດ​ເລິກ​ເຊິ່ງ​ກ່​ວາ​ອີກ

ທ່ານ He Wei ເອກອັກຄະລັດຖະທູດ ຈີນ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ເຮັດໃຫ້ການຮ່ວມມືຢ່າງແທ້ຈິງໃນບັນດາຂົງເຂດເລິກເຊິ່ງກ່ວາອີກ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຂອງປີພົບປະແລກປ່ຽນວັດທະນະທຳມະນຸດ ຈີນ - ຫວຽດນາມ

Top