ໃນເວລາ 13 ວັນ, ເລີ່ມແຕ່ວັນທີ 28 ສິງຫາ - ວັນທີ 09 ກັນຍາ ຈຳນວນ ແຂກມາເຂົ້າຢ້ຽມຊົມ “ການຈັດວາງສະແດງຜົນງານແຫ່ງຊາດ 80 ປີ ໄລຍະທາງແຫ່ງ ເອກະລາດ- ເສລີພາບ-ຄວາມຜາສຸກ” ຄາດວ່າຫຼາຍກວ່າ 6,6 ລ້ານເທື່ອຄົນ, ໃນຈຸດເວລາເຮັ່ງຮ້ອນ ແຂກທີ່ເຂົ້າມາຢ້ຽມຊົມກໍ່ຫຼາຍກວ່າ 1 ລ້ານເທື່ອຄົນຕໍ່ວັນ, ພ້ອມດຽວກັນນັ້ນ ກໍ່ຍັງມີຄະນະຜູ້ແທນຈາກຕ່າງປະເທດ ຫຼາຍຄະນະເຂົ້າມາຢ້ຽມຊົມງານວາງສະແດງ, ລວມມີທັງຄະນະຜູ້ແທນຂັ້ນສູງ.
ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກໃນກອງປະຊຸມຄະນະຊີ້ນຳງານວາງສະແດງຜົນງານແຫ່ງຊາດ, ໃນຕອນບ່າຍ ວັນທີ 11 ກັນຍາ, ທິ່ສຳນັກງານລັດຖະບານ.
ທ່ານ ມາຍວັນຈິງ , ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
ກ່າວຄຳເຫັນໃນກອງປະຊຸມ, ທ່ານ ມາຍວັນຈິງ , ຮອງນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ງານວາງສະແດງໄດ້ດຶງດູດຄວາມສົນໃຈເປັນພິເສດ, ສ້າງການຕອບສະໜອງແຜ່ກະຈາຍຢ່າງກວ້າງຂວາງ ໃຫ້ແກ່ປະຊາຊົນທຸກຊັ້ນຄົນ. ງານວາງສະແດງໄດ້ເຊີດຊູ, ແນະນຳບັນດາຜົນງານອັນພົ້ນເດັ່ນຂອງພັກ, ລັດ ໃນຂະບວນການການຕໍ່ສູ້, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ; ປະກອບສ່ວນໂຄສະນາສຶກສາມູນເຊື້ອຮັກຊາດ, ປັບປຸງຄວາມເຊືຶ່ອໝັ້ນຂອງປະຊາຊົນໃນແນວທາງການປ່ຽນແປງໃໝ່, ພັດທະນາຢ່າງໝັ້ນຄົງ ແລະ ໂຄສະນາພາບພົດຂອງ ປະເທດຫວຽດນາມ ແຫ່ງການປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ເຊື່ອມໂຍງກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.
ເພືີ່ອກະກຽມພິທີປິດງານວາງສະແດງຢ່າງຮອບດ້ານ, ທ່ານ ມາຍວັນຈິງ , ຮອງນາຍົກລັດຖະມົນຕີ ໄດ້ມອບໝາຍໜ້າທີ່ລະອຽດ ໃຫ້ແກ່ ບັນດາກະຊວງ, ຂະແໜງການ, ອົງການ ແລະ ພາກສວກກ່ຽວຂ້ອງ.
“ພິທີປິດງານວາງສະແດງ ບໍ່ພຽງແຕ່ແມ່ນພິທີອັດເຫດການໃດໜຶ່ງທີ່ສິ້ນສຸດລົງ ແຕ່ແມ່ນໂອກາດເພື່ອໃຫ້ພວກເຮົາຖອດຖອນເອົາບົດຮຽນປະສົບການ. ທີສອງ ແມ່ນເພື່ອເປັນການກະຈາຍສານຜົນສຳເລັດຂອງງານວາງສະແດງດັ່ງກ່າວ. ຍ້ອນແນວນັ້ນ, ວຽກງານກະກຽມພິທີປິດງານວາງສະແດງ ຕ້ອງໄດ້ປະຕິບັດຢ່າງຮອບຄອບ ແລະ ປອດໄພ, ປະຢັດມັດທະຍັດ ແຕ່ຕ້ອງມີຄວາມຮັບປະກັນຖືກກັບລະດັບຊາດ. ຂ້າພະເຈົ້າສະເໜີ ໃຫ້ກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແລະ ທຸກພາກສ່ວນສືບຕໍ່ເສີມຂະຫຍາຍຄວາມເປັນເຈົ້າການ, ຄວາມຮັບຜິດຊອບຢ່າງສູງສຸດ ເພື່ອຈັດພິທີດັ່ງກ່າວໃຫ້ບັນລຸຜົນສຳເລັດ.”
(ແຫຼ່ງຄັດຈາກ VOV)