• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ປະ​ເທດ ອາ​ຊຽນ ຮັບ​ຮອງ​ເອົາ​ແຜນ​ການ​ກະ​ທຳ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ

ວັນທີ 10 ກັນຍາ, ກອງປະຊຸມລັດຖະມົນຕີ ອາຊຽນ ຄັ້ງທີ 19 ກ່ຽວກັບອາດຊະຍາກຳຂ້າມຊາດ (AMMTC-19) ທີ່ຈັດກອງປະຊຸມເປັນກຸ່ມຢູ່ ມາເລເຊຍ, ໄດ້ຮັບຮອງເອົາແຜນການກະທຳກ່ຽວກັບການປ້ອງກັນຕ້ານອາດຊະຍາກຳຂ້າມຊາດ ໄລຍະ 2026 – 2035, ຄືເປັນຂອບເຂດເພື່ອແກ້ໄຂບັນດາສິ່ງທ້າທາຍກ່ຽວກັບອາດຊະຍາກຳຂ້າມຊາດ ໃນທົດສະວັດຈະມາເຖິງ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ຕາມກະຊວງພາຍໃນມາເລເຊຍແລ້ວ, ຂໍ້ຕົກລົງນີ້ ໄດ້ສ່ອງແສງຄຳໝັ້ນສັນຍາລວມ ຂອງ ອາຊຽນ ໃນການແກ້ໄຂບັນດາໄພນາບຂູ່ທີ່ນັບມື້ນັບສັບສົນຢ່າງທັນການ ແລະ ເພີ່ມທະວີກ່ວາການຮ່ວມມືໃນພາກພື້ນກ່ວາອີກ. ນອກນັ້ນ, ກອງປະຊຸມຍັງຮັບຮອງເອົາ ກຸ່ມປະຕິບັດງານຂອງ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ  ກ່ຽວກັບການປ້ອງກັນຕ້ານອາດຊະຍາກຳຂ້າມຊາດ (SOMTC) ກ່ຽວກັບການປ້ອງກັນ, ຕ້ານການຟອກເງິນ ໂດຍແມ່ນພື້ນຖານໃໝ່ເພື່ອເພີ່ມທະວີບັນດາຄວາມມານະພະຍາຍາມຂອງພາກພື້ນໃນການແກ້ໄຂອາດຊະຍາກຳທາງການເງິນ. ແຈ້ງການຂອງກະຊວງພາຍໃນ ມາເລເຊຍ ຢັ້ງຢືນວິວັດການຮ່ວມມືໃນການຄຸ້ມຄອງເຂດຊາຍແດນຂອງອາຊຽນ ກໍ່ໄດ້ຮັບການຮັບຮອງເອົາ, ເພື່ອແນໃສ່ປັບປຸງການຮ່ວມມືລະຫວ່າງຂະແໜງກ່ຽວກັບບັນດາບັນຫາເຂົ້າເມືອງ ແລະ ຄຸ້ມຄອງເຂດຊາຍແດນ.

ຢູ່ກອງປະຊຸມ, ບັນດາປະເທດໄດ້ເຫັນດີເປັນເອກະພາບສະໜັບສະໜູນຂໍ້ລິເລີ່ມໂດຍຫວຽດນາມ ສະເໜີ ໃຫ້ຮັບຮອງເອົາ “ຖະແຫຼງການຂອງບັນດາການນຳ ອາຊຽນ ກ່ຽວກັບການຍົກສູງປະສິດທິຜົນໃນການຈັບ ອາດຊະຍາກຳທີ່ມີໝາຍຈັບ” ຢູ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 47, ຄາດວ່າຈະດຳເນີນຢູ່ ມາເລເຊຍ ໃນເດືອນຕຸລາ 2025. ຖະແຫຼງການສຳຄັນຈຳນວນໜຶ່ງກໍ່ໄດ້ປະກາດ, ໃນນັ້ນມີຖະແຫຼງການ Melaka ກ່ຽວກັບການຕ້ານອາດຊະຍາກຳຂ້າມຊາດ ແລະ ບັນດາຖະແຫຼງການອາຊຽນ ກ່ຽວກັບການຕ້ານການຄ້າມະນຸດ, ກໍ່ຄືອາດຊະຍາກຳທາງອິນເຕີເນັດ ແລະ ສໍ້ໂກງທາງອອນໄລ, ບັນດາຄວາມມານະພະຍາຍາມຕ້ານການຟອກເງິນ, ເພີ່ມທະວີການຮ່ວມມືໃນການໄລ່ຈັບ ອາດຊະຍາກຳ ທີ່ໂຕນໜີ…

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ຈີນ ເຮັດ​ໃຫ້​ການ​ພົວ​ພັນ​ຢ່າງ​ແທ້​ຈິງ​ໃນ​ບ​ັນ​ດາ​ຂົງ​ເຂດ​ເລິກ​ເຊິ່ງ​ກ່​ວາ​ອີກ

ຫວຽດ​ນາມ ແລະ ຈີນ ເຮັດ​ໃຫ້​ການ​ພົວ​ພັນ​ຢ່າງ​ແທ້​ຈິງ​ໃນ​ບ​ັນ​ດາ​ຂົງ​ເຂດ​ເລິກ​ເຊິ່ງ​ກ່​ວາ​ອີກ

ທ່ານ He Wei ເອກອັກຄະລັດຖະທູດ ຈີນ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ເຮັດໃຫ້ການຮ່ວມມືຢ່າງແທ້ຈິງໃນບັນດາຂົງເຂດເລິກເຊິ່ງກ່ວາອີກ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຂອງປີພົບປະແລກປ່ຽນວັດທະນະທຳມະນຸດ ຈີນ - ຫວຽດນາມ

Top