• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ຈີນ ເຮັດ​ໃຫ້​ການ​ພົວ​ພັນ​ຢ່າງ​ແທ້​ຈິງ​ໃນ​ບ​ັນ​ດາ​ຂົງ​ເຂດ​ເລິກ​ເຊິ່ງ​ກ່​ວາ​ອີກ

ທ່ານ He Wei ເອກອັກຄະລັດຖະທູດ ຈີນ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ເຮັດໃຫ້ການຮ່ວມມືຢ່າງແທ້ຈິງໃນບັນດາຂົງເຂດເລິກເຊິ່ງກ່ວາອີກ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຂອງປີພົບປະແລກປ່ຽນວັດທະນະທຳມະນຸດ ຈີນ - ຫວຽດນາມ
ທ່ານ ເລຮ່ວາຍຈຸງ ຜູ້ຮັກສາການລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ He Wei ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)
ຕອນບ່າຍວັນທີ 11 ກັນຍາ, ຢູ່ສຳນັກງານກະຊວງການຕ່າງປະເທດ (ຮ່າໂນ້ຍ), ທ່ານ ເລຮ່ວາຍຈຸງ ຜູ້ຮັກສາການລັດຖະມົນຕີການຕ່າງປະເທດຫວຽດນາມໄດ້ຕ້ອນຮັບທ່ານ He Wei ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ແລະ ອວຍພອນເນື່ອງໃນໂອກາດທ່ານ ເລຮ່ວາຍຈຸງ ຮັບດຳລົງຕຳແໜ່ງຜູ້ຮັກສາການ ລັດຖະມົນຕີການຕ່າງປະເທດ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເລຮ່ວາຍຈຸງ ເນັ້ນໜັ້ກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືທີ່ເປັນປົກກະຕິ, ຍາວນານກັບ ຈີນ. ນີ້ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ຄວາມຮຽກຮ້ອງການພາວະວິໄສ ແລະ ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດລວມຂອງ ຫວຽດນາມ. ໃນໄລຍະຈະມາເຖິງ, ທ່ານ ເລຮ່ວາຍຈຸງ ສະເໜີໃຫ້ບັນດາອົງການການທູດ, ອົງການການຕ່າງປະເທດສອງປະເທດ ສືບຕໍ່ເພີ່ມທະວີການສົບທົບກັນຢ່າງມີປະສິດທິຜົນ, ເປັນເສນາທິການໃຫຍ່ຮັກສາການແລກປ່ຽນຍຸດທະສາດຂັ້ນສູງເປັນປະຈຳ, ພ້ອມກັນກັນນັ້ນ ສອງຝ່າຍກໍ່ຜັນຂະຫຍາຍ ບັນດາເສົ້າຄ້ຳການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢ່າງແຮງ, ຍົກສູງປະສິດທິຜົນຂອງການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ໃຫ້ບຸລິມະສິດແກ່ການຮ່ວມມືດ້ານທາງລົດໄຟສອງປະເທດ, ຊຸກຍູ້ການຮ່ວມມືຢ່າງແທດຈິງກ່ຽວກັບການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ປັບປຸງພື້ນຖານສັງຄົມຢ່າງຕັ້ງໜ້າໃຫ້ແກ່ການພົວພັນສອງປະເທດ. ໂດຍເຫັນດີ ແລະ ຕີລາຄາສູງຕໍ່ບັນດາຄຳເຫັນຂອງທ່ານ ເລຮ່ວາຍຈຸງ ຜູ້ຮັກສາການລັດຖະມົນຕີການຕ່າງປະເທດ, ທ່ານ He Wei ເອກອັກຄະລັດຖະທູດ ຈີນ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ເຮັດໃຫ້ການຮ່ວມມືຢ່າງແທ້ຈິງໃນບັນດາຂົງເຂດເລິກເຊິ່ງກ່ວາອີກ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຂອງປີພົບປະແລກປ່ຽນວັດທະນະທຳມະນຸດ ຈີນ - ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງປະເທດ (1950 - 2025)ໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ແນ​ະ​ນຳ​ພາບ​ພົດ ຫວຽດ​ນາມ ຢູ່​ງານ​ວາງ​ສະ​ແດງ​ການ​ຄ້າ​ສາ​ກົນ​ແຖວ​ໜ້າເຂດ Balkan

ແນ​ະ​ນຳ​ພາບ​ພົດ ຫວຽດ​ນາມ ຢູ່​ງານ​ວາງ​ສະ​ແດງ​ການ​ຄ້າ​ສາ​ກົນ​ແຖວ​ໜ້າເຂດ Balkan

ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຈັດການແນະນຳ, ເຊື່ອມຕໍ່ວິສາຫະກິດ ຫວຽດນາມ ເຂົ້າຮ່ວມງານວາງສະແດງກັບຄູ່ຮ່ວມມືເກຼັກ, ໂດຍສະເພາະແມ່ນໝວດສິນຄ້າໝາກໄມ້ອົບແຫ້ງ, ການສະໜອງຄວາມຕ້ອງການຕະຫຼາດແຮງງານ.

Top