ຂ່າວສານ ຫວຽດນາມ ແລະ ຈີນ ເຮັດໃຫ້ການພົວພັນຢ່າງແທ້ຈິງໃນບັນດາຂົງເຂດເລິກເຊິ່ງກ່ວາອີກ 12/09/2025 ທ່ານ He Wei ເອກອັກຄະລັດຖະທູດ ຈີນ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ເຮັດໃຫ້ການຮ່ວມມືຢ່າງແທ້ຈິງໃນບັນດາຂົງເຂດເລິກເຊິ່ງກ່ວາອີກ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຂອງປີພົບປະແລກປ່ຽນວັດທະນະທຳມະນຸດ ຈີນ - ຫວຽດນາມ ທ່ານ ເລຮ່ວາຍຈຸງ ຜູ້ຮັກສາການລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ He Wei ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)ຕອນບ່າຍວັນທີ 11 ກັນຍາ, ຢູ່ສຳນັກງານກະຊວງການຕ່າງປະເທດ (ຮ່າໂນ້ຍ), ທ່ານ ເລຮ່ວາຍຈຸງ ຜູ້ຮັກສາການລັດຖະມົນຕີການຕ່າງປະເທດຫວຽດນາມໄດ້ຕ້ອນຮັບທ່ານ He Wei ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ແລະ ອວຍພອນເນື່ອງໃນໂອກາດທ່ານ ເລຮ່ວາຍຈຸງ ຮັບດຳລົງຕຳແໜ່ງຜູ້ຮັກສາການ ລັດຖະມົນຕີການຕ່າງປະເທດ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເລຮ່ວາຍຈຸງ ເນັ້ນໜັ້ກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືທີ່ເປັນປົກກະຕິ, ຍາວນານກັບ ຈີນ. ນີ້ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ຄວາມຮຽກຮ້ອງການພາວະວິໄສ ແລະ ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດລວມຂອງ ຫວຽດນາມ. ໃນໄລຍະຈະມາເຖິງ, ທ່ານ ເລຮ່ວາຍຈຸງ ສະເໜີໃຫ້ບັນດາອົງການການທູດ, ອົງການການຕ່າງປະເທດສອງປະເທດ ສືບຕໍ່ເພີ່ມທະວີການສົບທົບກັນຢ່າງມີປະສິດທິຜົນ, ເປັນເສນາທິການໃຫຍ່ຮັກສາການແລກປ່ຽນຍຸດທະສາດຂັ້ນສູງເປັນປະຈຳ, ພ້ອມກັນກັນນັ້ນ ສອງຝ່າຍກໍ່ຜັນຂະຫຍາຍ ບັນດາເສົ້າຄ້ຳການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢ່າງແຮງ, ຍົກສູງປະສິດທິຜົນຂອງການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ໃຫ້ບຸລິມະສິດແກ່ການຮ່ວມມືດ້ານທາງລົດໄຟສອງປະເທດ, ຊຸກຍູ້ການຮ່ວມມືຢ່າງແທດຈິງກ່ຽວກັບການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ປັບປຸງພື້ນຖານສັງຄົມຢ່າງຕັ້ງໜ້າໃຫ້ແກ່ການພົວພັນສອງປະເທດ. ໂດຍເຫັນດີ ແລະ ຕີລາຄາສູງຕໍ່ບັນດາຄຳເຫັນຂອງທ່ານ ເລຮ່ວາຍຈຸງ ຜູ້ຮັກສາການລັດຖະມົນຕີການຕ່າງປະເທດ, ທ່ານ He Wei ເອກອັກຄະລັດຖະທູດ ຈີນ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ເຮັດໃຫ້ການຮ່ວມມືຢ່າງແທ້ຈິງໃນບັນດາຂົງເຂດເລິກເຊິ່ງກ່ວາອີກ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຂອງປີພົບປະແລກປ່ຽນວັດທະນະທຳມະນຸດ ຈີນ - ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງປະເທດ (1950 - 2025)ໃຫ້ເປັນຢ່າງດີ.

ທ່ານ He Wei ເອກອັກຄະລັດຖະທູດ ຈີນ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ເຮັດໃຫ້ການຮ່ວມມືຢ່າງແທ້ຈິງໃນບັນດາຂົງເຂດເລິກເຊິ່ງກ່ວາອີກ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຂອງປີພົບປະແລກປ່ຽນວັດທະນະທຳມະນຸດ ຈີນ - ຫວຽດນາມ ທ່ານ ເລຮ່ວາຍຈຸງ ຜູ້ຮັກສາການລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ He Wei ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)ຕອນບ່າຍວັນທີ 11 ກັນຍາ, ຢູ່ສຳນັກງານກະຊວງການຕ່າງປະເທດ (ຮ່າໂນ້ຍ), ທ່ານ ເລຮ່ວາຍຈຸງ ຜູ້ຮັກສາການລັດຖະມົນຕີການຕ່າງປະເທດຫວຽດນາມໄດ້ຕ້ອນຮັບທ່ານ He Wei ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ແລະ ອວຍພອນເນື່ອງໃນໂອກາດທ່ານ ເລຮ່ວາຍຈຸງ ຮັບດຳລົງຕຳແໜ່ງຜູ້ຮັກສາການ ລັດຖະມົນຕີການຕ່າງປະເທດ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເລຮ່ວາຍຈຸງ ເນັ້ນໜັ້ກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືທີ່ເປັນປົກກະຕິ, ຍາວນານກັບ ຈີນ. ນີ້ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ຄວາມຮຽກຮ້ອງການພາວະວິໄສ ແລະ ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດລວມຂອງ ຫວຽດນາມ. ໃນໄລຍະຈະມາເຖິງ, ທ່ານ ເລຮ່ວາຍຈຸງ ສະເໜີໃຫ້ບັນດາອົງການການທູດ, ອົງການການຕ່າງປະເທດສອງປະເທດ ສືບຕໍ່ເພີ່ມທະວີການສົບທົບກັນຢ່າງມີປະສິດທິຜົນ, ເປັນເສນາທິການໃຫຍ່ຮັກສາການແລກປ່ຽນຍຸດທະສາດຂັ້ນສູງເປັນປະຈຳ, ພ້ອມກັນກັນນັ້ນ ສອງຝ່າຍກໍ່ຜັນຂະຫຍາຍ ບັນດາເສົ້າຄ້ຳການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢ່າງແຮງ, ຍົກສູງປະສິດທິຜົນຂອງການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ໃຫ້ບຸລິມະສິດແກ່ການຮ່ວມມືດ້ານທາງລົດໄຟສອງປະເທດ, ຊຸກຍູ້ການຮ່ວມມືຢ່າງແທດຈິງກ່ຽວກັບການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ປັບປຸງພື້ນຖານສັງຄົມຢ່າງຕັ້ງໜ້າໃຫ້ແກ່ການພົວພັນສອງປະເທດ. ໂດຍເຫັນດີ ແລະ ຕີລາຄາສູງຕໍ່ບັນດາຄຳເຫັນຂອງທ່ານ ເລຮ່ວາຍຈຸງ ຜູ້ຮັກສາການລັດຖະມົນຕີການຕ່າງປະເທດ, ທ່ານ He Wei ເອກອັກຄະລັດຖະທູດ ຈີນ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ເຮັດໃຫ້ການຮ່ວມມືຢ່າງແທ້ຈິງໃນບັນດາຂົງເຂດເລິກເຊິ່ງກ່ວາອີກ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຂອງປີພົບປະແລກປ່ຽນວັດທະນະທຳມະນຸດ ຈີນ - ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງປະເທດ (1950 - 2025)ໃຫ້ເປັນຢ່າງດີ.