• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສ ຫວຽດນາມ - ອົດສະຕາລີ 2025

ເວທີປາໄສ ຫວຽດນາມ - ອົດສະຕາລີ ສະແດງໃຫ້ເຫັນວິໄສທັດລວມ, ຄວາມຕັດສິນໃຈຂອງທັງ 2 ປະເທດ, 2 ລັດຖະບານໃນການສ້າງພື້ນຖານລັດຖະການດີເດັ່ນ, ທັນສະໄໝ
(ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຫວຽດນາມ, ຕອນເຊົ້າວັນທີ 11 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ແລະ ສາມີ ໄດ້ເຂົ້າຮ່ວມເວທີປາໄສ ຫວຽດນາມ - ອົດສະຕາລີ ປະຈຳປີຄັ້ງທີ 3 ດ້ວຍຫົວຂໍ້ “ສ້າງພື້ນຖານລັດຖະການດີເດັ່ນໃນທົດສະວັດພັດທະນາໃໝ່”.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ເນັ້ນໜັກວ່າ ເວທີປາໄສ ຫວຽດນາມ - ອົດສະຕາລີ ສະແດງໃຫ້ເຫັນວິໄສທັດລວມ, ຄວາມຕັດສິນໃຈຂອງທັງ 2 ປະເທດ, 2 ລັດຖະບານໃນການສ້າງພື້ນຖານລັດຖະການດີເດັ່ນ, ທັນສະໄໝ, ປະດິດຄິດສ້າງ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຮັບໃຊ້ໃຫ້ແກ່ພາລະກິດພັດທະນາປະເທດຊາດເປັນຢ່າງດີກວ່າ. ສ່ວນຕາມທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ແລ້ວ, ນີ້ແມ່ນເປົ້າໝາຍມຸ່ງໄປເຖິງໂຄງການປະຕິຮູບພາກລັດໃໝ່ທີ່ເຕັມໄປດ້ວຍຄວາມຫານກ້າ ຂອງ ຫວຽດນາມ:

“ຫົວຂໍ້ຂອງເວທີປາໄສປີນີ້ “ສ້າງພື້ນຖານລັດຖະການດີເດັ່ນໃນທົດສະວັດພັດທະນາໃໝ່” ມີຄວາມໝາຍສຳຄັນ ແລະ ກ່ຽວຂ້ອງເຖິງບັນດາແຜນການໃນອະນາຄົດຂອງທັງ 2 ປະເທດ, ດ້ວຍຖານະເປັນບັນດາປະເທດມີອະທິປະໄຕ, ກໍ່ຄືດ້ວຍຖານະເປັນຄູ່ຮ່ວມມືໃນພາກພື້ນ. ສາຍເຫດທີ່ພວກເຮົາຢູ່ທີ່ນີ້ໃນມື້ນີ້ ແມ່ນເພື່ອແລກປ່ຽນແນວຄິດ ແລະ ຮ່ຳຮຽນເຊິ່ງກັນແລະກັນກ່ຽວກັບການປະຕິຮູບພາກລັດ ແມ່ນຍ້ອນພວກເຮົາເປັນເພື່ອນມິດມາແຕ່ດົນນານ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ຈີນ ເຮັດ​ໃຫ້​ການ​ພົວ​ພັນ​ຢ່າງ​ແທ້​ຈິງ​ໃນ​ບ​ັນ​ດາ​ຂົງ​ເຂດ​ເລິກ​ເຊິ່ງ​ກ່​ວາ​ອີກ

ຫວຽດ​ນາມ ແລະ ຈີນ ເຮັດ​ໃຫ້​ການ​ພົວ​ພັນ​ຢ່າງ​ແທ້​ຈິງ​ໃນ​ບ​ັນ​ດາ​ຂົງ​ເຂດ​ເລິກ​ເຊິ່ງ​ກ່​ວາ​ອີກ

ທ່ານ He Wei ເອກອັກຄະລັດຖະທູດ ຈີນ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ເຮັດໃຫ້ການຮ່ວມມືຢ່າງແທ້ຈິງໃນບັນດາຂົງເຂດເລິກເຊິ່ງກ່ວາອີກ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຂອງປີພົບປະແລກປ່ຽນວັດທະນະທຳມະນຸດ ຈີນ - ຫວຽດນາມ

Top