• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະເຈລະຈາກັບທ່ານ Woo Won Sik, ປະທານສະພາແຫ່ງຊາດ ສ.ເກົາຫຼີ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ 2 ຝ່າຍຜັນຂະຫຍາຍບັນດາກົນໄກຮ່ວມມືໃຫ້ມີປະສິດທິຜົນ
ທ່ານເລຂາທິການໃຫຍ່ ໂຕເລິມ, ພົບປະເຈລະຈາກັບທ່ານ Woo Won Sik, ປະທານສະພາແຫ່ງຊາດ ສ.ເກົາຫຼີ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ, ແຕ່ວັນທີ 10 – 13 ສິງຫາ, ຕອນບ່າຍວັນທີ 12 ສິງຫາ, ຢູ່ນະຄອນຫຼວງ ເຊີອຸນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການພົບປະເຈລະຈາກັບທ່ານ Woo Won Sik, ປະທານສະພາແຫ່ງຊາດ ສ.ເກົາຫຼີ.

ທີ່ການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້  2 ຝ່າຍຜັນຂະຫຍາຍບັນດາກົນໄກຮ່ວມມືໃຫ້ມີປະສິດທິຜົນ, ຄື: ສືບຕໍ່ເປີດປະຕູໃຫ້ແກ່ສິນຄ້າສົ່ງອອກຂອງ ຫວຽດນາມ ເຂົ້າຕະຫຼາດ ສ.ເກົາຫຼີ, ປະຕິບັດສຳເລັດເປົ້າໝາຍຍົກວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນລະດັບ 150 ຕື້ USD ໃນປີ 2030 ໂດຍໄວ; ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ເຊື່ອມຕົວ, ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ; ພິເສດ, ສ້າງເງື່ອນໄຂໃຫ້ແກ່ຊາວ ສ.ເກົາຫຼີ ເຊື້ອຊາດ ຫວຽດນາມ ກາຍເປັນສະມາຊິກລັດຖະສະພາ ສ.ເກົາຫຼີ ໃນໄລຍະຈະມາເຖິງ.

ສ່ວນທ່ານ Woo Won Sik, ປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ, ຈະປະຕິບັດສຳເລັດບັນດາເປົ້າໝາຍຮອດປີ 2045 ກ່າຍເປັນປະເທດພັດທະນາມີລາຍຮັບສູງ.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ທ່ານນາຍົກລັຖະມົນຕີ ໄດ້ພ້ອມກັບບັນດາກະຊວງ, ຂະແໜງການ ຕອບຫຼາຍຄຳຖາມຂອງພໍ່ແມ່ຊາວກະສິກອນໂດຍກົງ, ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາ.

Top