• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເລີ່ມຕົ້ນການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ

ຕອນບ່າຍວັນທີ 08 ກັນຍາ 2018 ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ

 ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເລີ່ມຕົ້ນການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ

ໄດ້ໄປຮອດສະໜາມບິນສາກົນ Ferenc Lizt, ນະຄອນຫລວງ Budapest, ເລີ່ມຕົ້ນການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ Viktor Orban.

        ໃນໄລຍະຢູ່ຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈະມີການເຈລະຈາ, ພົບປະກັບບັນດາການນຳ ຮຸງກາຣີ, ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືຫລາຍສະບັບລະຫວ່າງ 2 ປະເທດ…

        ຫວຽດນາມ ແລະ ຮຸງກາຣີ ໄດ້ສ້າງຕັ້ງການພົວພັນທາງການທູດເມື່ອວັນທີ 03/02/1950. ຮຸງກາຣີ ໄດ້ສະຫງວນໃຫ້ ຫວຽດນາມ ການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ໃນຊຸມປີຜ່ານມາ, ການພົວພັນ 2 ປະເທດໄດ້ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ.

 (ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top