ໄດ້ໄປຮອດສະໜາມບິນສາກົນ Ferenc Lizt, ນະຄອນຫລວງ Budapest, ເລີ່ມຕົ້ນການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ Viktor Orban.
ໃນໄລຍະຢູ່ຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈະມີການເຈລະຈາ, ພົບປະກັບບັນດາການນຳ ຮຸງກາຣີ, ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືຫລາຍສະບັບລະຫວ່າງ 2 ປະເທດ…
ຫວຽດນາມ ແລະ ຮຸງກາຣີ ໄດ້ສ້າງຕັ້ງການພົວພັນທາງການທູດເມື່ອວັນທີ 03/02/1950. ຮຸງກາຣີ ໄດ້ສະຫງວນໃຫ້ ຫວຽດນາມ ການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ໃນຊຸມປີຜ່ານມາ, ການພົວພັນ 2 ປະເທດໄດ້ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ.
(ແຫຼ່ງຄັດຈາກ VOV)