• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ການປະກອບສ່ວນຢ່າງໃຫຍ່ ຫຼວງເຂົ້າໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດ

ດ້ວຍບົດບາດເປັນປະມຸກລັດ ແຫ່ງ ສສ ຫວຽດນາມ, ທ່ານປະທານປະເທດ ເຈິ່ນ ດ້າຍ ກວາງ ໄດ້ປະກອບສ່ວນສຳຄັນຫຼາຍຢ່າງເຂົ້າໃນການເຄື່ອນໄຫວພົວພັນຕ່າງປະເທດ ເພື່ອຍົກສູງຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ. 

ທ່ານປະທານປະເທດ ເຈິ່ນດ້າຍກວາງ ທີ່ ສັບປະດາ APEC 2017 (ພາບປະກອບ: Hung Khanh/VOV)

ດ້ວຍຕຳແໜ່ງປະທານປະເທດ, ທ່ານ ເຈິ່ນດ້າຍກວາງ ໄດ້ເອົາໃຈໃສ່ຕໍ່ວຽກງານພົວພັນຕ່າງປະເທດທີ່ສຸດ ເພື່ອຍົກສູງຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ ແລະ ສ້າງຂີດໝາຍຫຼາຍຢ່າງ. ຂີດໝາຍນັ້ນໄດ້ສະແດງອອກຢ່າງຈະແຈ້ງທີ່ສຸດ ຜ່ານເຫດການ ສັບປະດາຂັ້ນສູງ APEC 2017 ຢູ່ ຫວຽດນາມ. ດ້ວຍຕຳແໜ່ງເປັນປະທານ ຂອງປະເທດເຈົ້າພາບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ປະຕິບັດໜ້າທີ່ສຳຄັນດ້ວຍຜົນສຳເລັດຢ່າງຈົບງາມ ໂດຍຕາງໜ້າໃຫ້ແກ່ປະເທດຊາດ ໃນການຕ້ອນຮັບ, ເປັນປະທານບັນດາກອງປະຊຸມສຳຄັນທີ່ສຸດ,  ປຶກສາຫາລືຢ່າງຈິງໃຈ, ກົງໄປກົງມາກ່ຽວກັບບັນດາບັນຫາໃຫຍ່ຂອງ APEC ກັບບັນດາຜູ້ນຳໜ້າບັນດາປະເທດສະມາຊິກ APEC. ໃນບັນດາການພົບປະ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ສະແດງຖານະບົດບາດຂອງຫວຽດນາມ ດ້ວຍການຢັ້ງຢືນວ່າບັນດາປະເທດຄູ່ຮ່ວມມືແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືຮອບດ້ານ ໂດຍການເຄົາລົບເຊິ່ງກັນ ແລະ ກັນ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງ, ພ້ອມນັ້ນສະແດງໃຫ້ເຫັນວ່າສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມືກຳລັງພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ.

ໃນຕະຫຼອດອາຍຸການຂອງຕົນ, ທ່ານປະທານປະເທດ ເຈິ່ນດ້າຍກວາງ  ກໍ່ມີການພົບປະຫຼາຍຄັ້ງກັບການນຳຫຼາຍປະເທດໃນໂລກ ແລະ ດ້ວຍຄວາມເກັ່ງກ້າສາມາດດ້ານການພົວພັນຕ່າງປະເທດຂອງທ່ານ, ຫວຽດນາມໄດ້ສ້າງບັນດາຂີດໝາຍອັນດີງາມໃນຈິດໃຈການນຳບັນດາປະເທດເພື່ອນມິດ.

(​ແຫຼ່ງຄັດ​ຈາກ VOV)


ການ​ແຂ່ງ​ຂັນ​ລົດ​ຖີບ ມິດ​ຕະ​ພາບ ສາມ​ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ​ຄັ້ງ​ທີໜຶ່ງ

ການ​ແຂ່ງ​ຂັນ​ລົດ​ຖີບ ມິດ​ຕະ​ພາບ ສາມ​ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ​ຄັ້ງ​ທີໜຶ່ງ

ການແຂ່ງຂັນມີນັກກິລາ 45 ຄົນທີ່ມາຈາກ ກຳປູເຈຍ, ລາວ, ຫວຽດນາມ ແບ່ງປັນ 9 ທິມ, ແຕ່ລະປະເທດຈະມີ 3 ທິມ, ແຕ່ລະທິມມີນັກກິລາ 5 ຄົນ. ໄລຍະທາງ ການແຂ່ງຂັນ ດ້ວຍຄວາມຍາວ 35,2 ກີໂລແມັດ.

Top