• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບບັນດາວິສາຫະກິດແຖວໜ້າໃນຂົງເຂດເຕັກໂນໂລຢີ ຍີ່ປຸ່ນ

      ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20), ຕອນເຊົ້າວັນທີ 28 ມິຖຸນາ, ຢູ່ ໂອຊາກາ ປະເທດ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະ, ເຮັດວຽກກັບບັນດາການນໍາວິສາຫະກິດເຕັກໂນໂລຢີແຖວໜ້າຍີ່ປຸ່ນ ເກືອບ 30 ແຫ່ງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໃຫ້ການຕ້ອນຮັບທ່ານປະທານກຸ່ມບໍລິສັດການເງິນ SMBC Koichi Miyata 
      ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຫວຽດນາມ ພວມເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງເຂົ້າກັບເສດຖະກິດໂລກ; ມີການພົວພັນກັບກວ່າ 220 ປະເທດ ແລະ ເຂດແຄວ້ນ. ພິເສດ, ວັນທີ 30 ມິຖຸນາ ຈະມາເຖິງນີ້, ຫວຽດນາມ ຈະລົງນາມໃນສັນຍາການຄ້າເສລີ EVFTA ກັບສະຫະພາບເອີຣົບ. ຫວຽດນາມ ກໍໄດ້ລົງນາມໃນສັນຍາ FTA ກັບ 15 ປະເທດໃນກຸ່ມບັນດາປະເທດ G20. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຍີ່ປຸ່ນ ແມ່ນປະເທດພັດທະນາລະດັບສູງ, ມີບັນດານັກລົງທຶນຂະໜາດໃຫຍ່ ແລະ ມີກໍາລັງຄວາມສາມາດບົ່ມຊ້ອນຢ່າງແຮງ, ໂດຍສະເພາະແມ່ນໃນຂົງເຂດເຕັກໂນໂລຢີ. ລັດຖະບານຫວຽດນາມ ສົ່ງເສີມບັນດາວິສາຫະກິດ ຍີ່ປຸ່ນ ເພີ່ມທະວີການລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ, ນໍາໃຊ້ບັນດາທ່າໄດ້ປຽບຈາກສັນຍາເຫຼົ່ານີ້ໃຫ້ເປັນຢ່າງດີ ແລະ ໜູນຊ່່ວຍ ຫວຽດນາມ ໃນການປັບປຸງສະພາບແວດລ້ອມແຫ່ງຊາດລົງທຶນ, ດໍາເນີນທຸລະກິດໃຫ້ສົມບູນແບບ. ລັດຖະບານ ຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າ ຈະປົກປ້ອງສິດ ແລະ ຜົນປະໂຫຍດຂອງບັນດານັກລົງທຶນໃນວິວັດການດໍາເນີນທຸລະກິດຢູ່ຫວຽດນາມ.
        ກ່າວຄໍາເຫັນທີ່ການພົບປະ, ບັນດາກຸ່ມບໍລິສັດເຕັກໂນໂລຢີ ຍີ່ປຸ່ນ ສ່ວນຫຼາຍ ໃຫ້ຮູ້ວ່າ ເຂົາເຈົ້າລ້ວນແຕ່ມີບັນດາການເຄື່ອນໄຫວລົງທຶນເຂົ້າຫວຽດນາມແຕ່ດົນແລ້ວ; ພ້ອມທັງສະແດງຄວາມປາດຖະໜາຢາກເປີດກວ້າງການລົງທຶນ, ຜະລິດ, ດໍາເນີນທຸລະກິດຢູ່ຫວຽດນາມ ແລະ ຖືຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ດູດດື່ມເພື່ອພັດທະນາບັນດາຂົງເຂດເຕັກໂນໂລຢີຂອງຕົນ.
        ຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໃຫ້ການຕ້ອນຮັບທ່ານປະທານກຸ່ມບໍລິສັດການເງິນ SMBC Koichi Miyata ເຊິ່ງເປັນນັກລົງທຶນໃຫຍ່ຂອງຍີ່ປຸ່ນໃນຂົງເຂດການເງິນທະນາຄານຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top