• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ມີການປະຊຸມກັບແຂວງ ບັກຢາງ ແລະ ບັກນິງ ຜ່ານທາງອອນລາຍ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

      ຕອນເຊົ້າວັນທີ 26 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ປະຊຸມກັບແຂວງ ບັກຢາງ, ບັກນິງ ແລະ ບັນດາກຳລັງປ້ອງກັນ, ສະກັດກັ້ນໂລກລະບາດຢູ່ທ້ອງຖິ່ນນີ້ ຜ່ານທາງອອນລາຍ, ໃນຂະນະທີ່ສະພາບການໂລກລະບາດກຳລັງ ແລະ ມີຄວາມສ່ຽງແຜ່ລະບາດຢ່າງຮ້າຍແຮງຢູ່ບັນດາເຂດອຸດສາຫະກຳ ຂອງສອງທ້ອງຖິ່ນດັ່ງກ່າວ. ຕາມບົດລາຍງານແລ້ວ, ໃນການແຜ່ລະບາດຮອບທີ 4 ນີ້, ບັກຢາງ ແລະ ບັກນິງ ແມ່ນສອງແຂວງຈຸດສຸມຂອງໂລກລະບາດ ດ້ວຍຈຳນວນຜູ້ຕິດເຊື້ອທັງໝົດ ປະມານ 2.000 ກໍລະນີ.
ທ່ານນາຍົກລັດຖະມົນຕີ \ຟ້າມມິງຈິ໊ງ ທີ່ກອງປະຊຸມ (ພາບ: VGP)
      ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕີລາຄາວ່າ ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຢູ່ສອງທ້ອງຖິ່ນດັ່ງກ່າວ ແຕ່ສະພາບການພວມໄດ້ຮັບການຄວບຄຸມໂດຍພື້ນຖານເທື່ອລະກ້າວ, ບັນດາກໍລະນີຕິດເຊື້ອໃໝ່ລ້ວນແຕ່ຢູ່ໃນເຂດແຍກຕົວ ຫຼືເຂດຈຳກັດບໍລິເວນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ເປົ້າໝາຍບຸລິມະສິດໃນປັດຈຸບັນ ແມ່ນສຸມໃສ່ຍູ້ໂລກລະບາດຢູ່ສອງແຂວງ ບັກຢາງ ແລະ ບັກນິງ ໃຫ້ຖອຍໄປ. ລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ສອງແຂວງດັ່ງກ່າວ ຕ້ອງຕັ້ງໜ້າ, ເປັນເຈົ້າການ, ເດັດດ່ຽວສະກັດກັ້ນ ແລະ ຍູ້ໂລກລະບາດໃຫ້ຖອຍໄປໃນເວລາໄວທີ່ສຸດ, ອາດຈະໃນຊຸມວັນຈະມາເຖິງ. ໃນນັ້ນ, ຖືສຸຂະພາບຂອງປະຊາຊົນເໜືອກວ່າສິ່ງໃດໝົດ; ພ້ອມກັນນັ້ນ, ຮັບປະກັນການຜະລິດດຳເນີນທຸລະກິດ, ບໍ່ປະໃຫ້ລະບົບສະໜອງຖືກຕັດຕອນ, ໂດຍສະເພາະແມ່ນໃນບັນດາເຂດອຸດສາຫະກຳ.
ທ່ານນາຍົກລັດຖະມົນຕີ ມີການປະຊຸມກັບແຂວງ ບັກຢາງ ແລະ ບັກນິງ ຜ່ານທາງອອນລາຍ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 (ພາບ: VGP)
      ກ່ຽວກັບມາດຕະການຕ້ານໂລກລະບາດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ຍູ້ໄວຄວາມເປັນເຈົ້າການໃນການກວດຫາເຊື້ອໄວຣັດ ໂດຍດ່ວນ, ເປັນຕົ້ນແມ່ນບັນດາເຂດຈຳກັດບໍລິເວນ, ນຳໃຊ້ເຕັກໂນໂລຢີຖືກຕ້ອງຕາມຂໍ້ກຳນົດ ແລະ ຄຳແນະນຳຂອງກະຊວງຖະແຫຼງຂ່າວ ແລະ ການສື່ສານ; ສືບຕໍ່ປະຕິບັດມາດຕະການປ້ອງກັນສະກັດກັ້ນໂລກລະບາດຂອງກະຊວງສາທາລະນະສຸກ ບວກກັບການສັກວັກຊິນ. ພ້ອມກັນນັ້ນ, ເພີ່ມທະວີຈຳນວນໂຮງໝໍກາງສະໜາມຢູ່ສອງທ້ອງຖິ່ນດັ່ງກ່າວ; ຈັດແບ່ງງົບປະມານ, ເພີ່ມທະວີແຫຼ່ງຊັບພະຍາກອນມະນຸດ, ປະກອບອຸປະກອນການແພດ, ພື້ນຖານທາງດ້ານວັດຖຸ, ຮັບປະກັນການປ້ອງກັນຕ້ານ, ກວດພົບໂດຍໄວ, ແຍກຕົວໄວ, ປິ່ນປົວຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ, ກັບຄືນສູ່ສະພາບການເປັນປົກກະຕິໂດຍໄວ. 
(ແຫຼ່ງຄັດຈາກ VOV)

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

ເລື່ອງປ່າສະຫງວນແຫ່ງຊາດ 2 ແຫ່ງດັ່ງກ່າວໄດ້ຮັບການຮັບຮອງຈາກ UNESCO ຈະເປັນແບບຢ່າງໃຫ້ແກ່ການຄຸ້ມຄອງມໍລະດົກໂລກແບບຮ່ວມຊາຍແດນ

Top