• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ໄທ ອະນຸທິນ ຈານທະຣະກຸນ

ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ໄທ ດຳເນີນທຸລະກິດຢ່າງມີປະສິດທີຜົນ, ຍາວນານຢູ່ ຫວຽດນາມ
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ການໂອ້ລົມທາງໂທລະສັບ)

ຕອນບ່າຍວັນທີ 21 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ໄທ ອະນຸທິນ ຈານທະຣະກຸນ.

        ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ໄທ ດຳເນີນທຸລະກິດຢ່າງມີປະສິດທີຜົນ, ຍາວນານຢູ່ ຫວຽດນາມ; ທ່ານປາດຖະໜາວ່າ 2 ຝ່າຍຊຸກຍູ້ການເຊື່ອມຕໍ່ທາງຄົມມະນາຄົມຂົນສົ່ງຢູ່ພາກພື້ນ. ແລະສະເໜີໃຫ້ 2 ປະເທດສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ປັບປຸງຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ, ພັດທະນາອະນຸພາກພື້ນແມ່ນ້ຳຂອງແບບຍືນຍົງ.

        ທ່ານນາຍົກລັດຖະມົນຕີໄທໄດ້ເຫັນດີກັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່ຽວກັບຄວາມຈຳເປັນຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 25 ຕື້ USD/ປີ ໂດຍໄວ; ເພີ່ມທະວີຄວາມຕິດພັນລະຫວ່າງ 2 ພື້ນຖານເສດຖະກິດ. ທ່ານນາຍົກລັດຖະມົນຕີ ໄທ ປາດຖະໜາຢາກມີວິສາຫະກິດຫຼາຍແຫ່ງຂອງ ຫວຽດນາມ ລົງທຶນຢູ່ໄທ ກວ່າອີກ; ຢືນຢັນວ່າ ລັດຖະບານ ໄທ ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ວິສາຫະກິດ ຫວຽດນາມ, ມຸ່ງໄປເຖິງຄຸນຄ່າການລົງທຶນລະຫວ່າງ 2 ປະເທດມີຄວາມດຸ່ນດ່ຽງກວ່າ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ຕີລາຄາວ່າ ໂລກພວມຢືນຢູ່ຕໍ່ໜ້າບັນດາການຫັນປ່ຽນມີລັກສະນະບາດລ້ຽວດ້ານເສດຖະກິດ, ເຕັກໂນໂລຊີ ແລະ ພູມສາດການເມືອງ…

Top