• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳນວນເງິນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດສົ່ງມາຫວຽດນາມ ສືບຕໍ່ເພີ່ມຂຶ້ນ

      ຕາມຕົວເລກໂດຍທະນາຄານແຫ່ງລັດປະກາດ, ກະແສງເງິນຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ຝາກມາຫວຽດນາມ ປີ 2021 ບັນລຸກ່ວາ 12 ຕື້ USD, ເພີ່ມ 10% ເມື່ອທຽບກັບປີ 2020.
(ພາບປະກອບ: ໜັງສືພິມການລົງທຶນ)
      ຕາມຕົວເລກໂດຍທະນາຄານແຫ່ງລັດປະກາດ, ກະແສງເງິນຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຝາກມາຫວຽດນາມ ປີ 2021 ບັນລຸກ່ວາ 12 ຕື້ USD, ເພີ່ມ 10% ເມື່ອທຽບກັບປີ 2020. ຜົນກະທົບຈາກໂລກລະບາດໂຄວິດ 19 ເຮັດໃຫ້ເສດຖະກິດຂອງຫຼາຍປະເທດປະສົບກັບຄວາມຫຍຸ້ງຍາກ ແຕ່ ຫວຽດນາມ ຍັງແມ່ນໜຶ່ງໃນບັນດາປະເທດໄດ້ຮັບຈຳນວນເງິນຂອງຊາວຫວຽດນາມ ອາໄສຕ່າງປະເທດຫຼາຍໃນປີ 2021 ທີ່ຜ່ານມາ.
   ຕາມບັນດາຜູ້ຊ່ຽວຊານແລ້ວ, ຈຳນວນເງິນຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ປະກອບສ່ວນເພີ່ມແຫຼ່ງເງິນຕາຕ່າງປະເທດຢູ່ພາຍໃນປະເທດ ແລະ ຊ່ວຍອັດຕາແລກປ່ຽນເງິນໂດລາສະຫະລັດ ແລະ ເງິນດົ່ງຫວຽດນາມ ໄດ້ຮັກສາເປັນປົກກະຕິ. ທ່ານ ເກິນວັນລຶກ, ຜູ້ຊ່ຽວຊານດ້ານເສດຖະກິດ ໃຫ້ຂໍ້ສັງເກດວ່າ: ໃນສະພາບເສດຖະກິດໂລກພວມມີການຟື້ນຟູຢ່າງຕັ້ງໜ້າ, ປຊຊ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກໍ່ກັບຄືນມີແຫຼ່ງລາຍຮັບເປັນປົກກະຕິ. ນອກຈາກນັ້ນແລ້ວ, ຢູ່ພາຍໃນປະເທດກໍ່ມີຫຼາຍໂຄງການລົງທຶນທີ່ດຶງດູດໃຈ ແລະ ຜ່ານນັ້ນ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມປາດຖະໜາຢາກສົ່ງເງິນມາຊ່ວຍຄອບຄົວ, ທັງສາມາດລົງທຶນເພື່ອຮັບກຳໄລ. ຜູ້ຕາງໜ້າທະນາຄານແຫ່ງລັດໃຫ້ຮູ້ວ່າ, ກະແສເງິນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດສ່ວນຫຼາຍ ຝາກມາຫວຽດນາມ ແມ່ນຜ່ານບັນດາອົງການສິນເຊື່ອ.
(ແຫຼ່ງຄັດຈາກ VOV)

ງານ​​ປະ​ກວດຊຸດ​ອາ​ພອນ​ປະ​ຈຳ​​ຊາດຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ

ງານ​​ປະ​ກວດຊຸດ​ອາ​ພອນ​ປະ​ຈຳ​​ຊາດຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ

ຕອນບ່າຍວັນທີ 31 ມີນາ, ຢູ່ສວນສາທາລະນະວັດທະນະທຳ ເດີ່ມແຊນ - ນະຄອນ ໂຮຈີມິນ ໄດ້ຈັດງານປະກວດຊຸດອາພອນປະຈຳຊາດ ອາຊີຕາເວັນອອກສ່ຽງໃຕ້ ປີ 2023, ໂດຍສະມາຄົມມິດຕະພາບ ຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ ນະຄອນ ໂຮ່ຈີມິນ ແລະ ສະຫະພັນແມ່ຍິງ ເມືອງ 11 ສົມທົບກັນຈັດຂຶ້ນ.

Top