• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງ ດ້ວຍຫົວຂໍ້ “ທະເລ, ໝູ່ເກາະ ແລະ ທະຫານເຮືອ”

      ງານວາງສະແດງຄັ້ງນີ້ ເພື່ອແນໃສ່ໂຄສະນາ, ສຶກສາຢ່າງເລິກເຊິ່ງ ໃຫ້ແກ່ປະຊາຊົນ ຢູ່ບໍລິເວນແຂວງ ດ້ຽນບຽນ ກ່ຽວກັບມູນເຊື້ອອົງອາດກ້າຫານ, ບັນດາວິລະກໍາ ແລະ ຜົນງານຂອງກອງທັບເຮືອ ຫວຽດນາມ ບັນລຸໄດ້ ໃນພາລະກິດແຫ່ງການຕໍ່ສູ້, ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາ ອໍານາດອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ. 

ແຂກມາຊົມງານວາງສະແດງເປັນຈໍານວນຫຼວງຫຼາຍ (ພາບ: TTXVN)
      ວັນທີ 19 ກັນຍາ, ຢູ່ ຫໍພິພິທະພັນ ໄຊຊະນະດ້ຽນບຽນຝູ  (ນະຄອນ ດ້ຽນບຽນຝູ, ແຂວງດ້ຽນບຽນ ຂອງຫວຽດນາມ), ໄດ້ຈັດພິທີໄຂງານວາງສະແດງ ດ້ວຍຫົວຂໍ້ວ່າ “ທະເລ, ໝູ່ເກາະ ແລະ ທະຫານເຮືອ” ແລະ “ດ້ຽນບຽນ ຮ່ວມແຮງຮ່ວມໃຈກໍ່ສ້າງ ແລະ ປົກປັກຮັກສາອໍານາດອະທິປະໄຕເຂດຊາຍແດນ - ທະເລ, ໝູ່ເກາະ ຂອງປະເທດຊາດ” ເຊິ່ງໄດ້ວາງສະແດງຮູບພາບກວ່າ 200 ແຜ່ນ ພ້ອມດ້ວຍວັດຖຸພັນຫຼາຍຊະນິດ ທີ່ມີຊີວິດຊີວາ.
            ງານວາງສະແດງຄັ້ງນີ້ ເພື່ອແນໃສ່ໂຄສະນາ, ສຶກສາຢ່າງເລິກເຊິ່ງ ໃຫ້ແກ່ປະຊາຊົນ ຢູ່ບໍລິເວນແຂວງ ດ້ຽນບຽນ ກ່ຽວກັບມູນເຊື້ອອົງອາດກ້າຫານ, ບັນດາວິລະກໍາ ແລະ ຜົນງານຂອງກອງທັບເຮືອ ຫວຽດນາມ ບັນລຸໄດ້ ໃນພາລະກິດແຫ່ງການຕໍ່ສູ້, ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາ ອໍານາດອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ. ຜ່ານນັ້ນ, ປຸກລຸກຄວາມເອກອ້າງທະນົງໃຈ ຕໍ່່ມູນເຊື້ອອົງອາດກ້າຫານຂອງກອງທັບປະຊາຊົນຫວຽດນາມ, ຄວາມຮັກທະເລ, ໝູ່ເກາະ, ຄວາມຮັກຕໍ່ບ້ານເກີດເມືອງນອນ. ງານວາງສະແດງດັ່ງກ່າວ ຈະໄດ້ດໍາເນີນຮອດວັນທີ 20 ກັນຍາ ຈຶ່ງອັດລົງ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.

Top