• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນວັດທະນະທຳພື້ນເມືອງຕາມທ້ອງຖະໜົນ ແລະ ລາຍການສະແດງສິລະປະຂ່ຳນັບຮັບຕ້ອນງານບຸນວິຫານຮູ່ງ 2018

ງານບຸນຢູ່ຕາມທ້ອງຖະໜົນ ໄດ້ດຶງດູດປະຊາຊົນນະຄອນ ຫວຽດຈີ່ ແລະ ບັນດາເມືອງອ້ອມຂ້າງມາຊົມເປັນຈຳນວນຫຼວງຫຼາຍ.


ການສະແດງສິລະປະທີ່ງານບຸນ

(ພາບ:Thanh Tùng/TTXVN)

ໃນຂອບເຂດລາຍການບູຊາເຈົ້າຊີວິດຮູ່ງ -  ງານບຸນວິຫານຮູ່ງ ປີ 2018, ຕອນຄ່ຳວັນທີ 21 ເມສາ, ຢູ່ນະຄອນ ຫວຽດຈີ່, ແຂວງ ຟູ໋ເທາະ ໄດ້ຈັດຕັ້ງງານບຸນວັດທະນະທຳພື້ນເມືອງຕາມທ້ອງຖະໜົນ ແລະ ລາຍການສະແດງສິລະປະຂ່ຳນັບຮັບຕ້ອນງານບຸນວິຫານຮູ່ງ 2018.

         ງານບຸນວັດທະນະທຳພື້ນເມືອງຕາມທ້ອງຖະໜົນມີຫົວຂໍ້ວ່າ “ຫວຽດຈີ່ -  ນະຄອນແຫ່ງງານບຸນ ກັບເມືອຫາກົກເຄົ້າເຫງົ້າກໍ” ເຊິ່ງລວມມີ 14 ກຸ່ມສະແດງສິລະປະວັດທະນະທຳພື້ນເມືອງ, ລົດຮູບຈຳລອງ 30 ຄັນແບ່ງເປັນ 6 ກຸ່ມຫົວຂໍ້. ງານບຸນຢູ່ຕາມທ້ອງຖະໜົນ ໄດ້ດຶງດູດປະຊາຊົນນະຄອນ ຫວຽດຈີ່ ແລະ ບັນດາເມືອງອ້ອມຂ້າງມາຊົມເປັນຈຳນວນຫຼວງຫຼາຍ. ເອື້ອຍ ຫງວຽນທິຍຸງ, ຢູ່ຕາແສງ ນົງຈາງ, ນະຄອນ ຫວຽດຈີ່ ແບ່ງປັນວ່າ:

        “ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ຮັບຊົມງານບຸນຢູ່ຕາມທ້ອງຖະໜົນໃນໂອກາດງານບຸນບູຊາເຈົ້າຊີວິດຮູ່ງ. ຜ່ານງານບຸນ ຂ້າພະເຈົ້າໄດ້ຊົມ, ຕົວຢ່າງຄືພິທີແຫ່ຊ້າງ ດາວຊ໋າ, ງານບຸນປູກເຂົ້າ… ໄດ້ເຫັນປະຈັກຕາຄືແນວນີ້ມ່ວນທີ່ສຸດ. ມື້ນີ້, ຂ້າພະເຈົ້າເອົາລູກໄປເບິ່ງນຳ ເພື່ອໃຫ້ພວກຫຼານຊອກຮູ້ຕື່ມກ່ຽວກັບພື້ນຖານວັດທະນະທຳຂອງແຂວງ”

        ພາຍຫຼັງງານບຸນພື້ນເມືອງຕາມທ້ອງຖະໜົນແລ້ວ ແມ່ນລາຍການສະແດງສິລະປະດ້ວຍຫົວຂໍ້: “ກົກເຄົ້າເຫງົ້າກໍທີ່ສັກສິດ - ເຂດດິນແດນເຈົ້າຊີວິດຮູ່ງ” ດ້ວຍບັນດາບົດເພງຍ້ອງຍໍຊົມເຊີຍບຸນຄຸນຂອງເຈົ້າຊີວິດຮູ່ງ, ກ່ຽວກັບເຂດດິນແດນກົກເຄົ້າເຫງົາກໍ ຮູ່ງເວືອງ.

(ແຫຼ່ງຄັດຈາກ VOV)


ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top