
ການສະແດງສິລະປະທີ່ງານບຸນ
(ພາບ:Thanh Tùng/TTXVN)
ໃນຂອບເຂດລາຍການບູຊາເຈົ້າຊີວິດຮູ່ງ - ງານບຸນວິຫານຮູ່ງ ປີ 2018, ຕອນຄ່ຳວັນທີ 21 ເມສາ, ຢູ່ນະຄອນ ຫວຽດຈີ່, ແຂວງ ຟູ໋ເທາະ ໄດ້ຈັດຕັ້ງງານບຸນວັດທະນະທຳພື້ນເມືອງຕາມທ້ອງຖະໜົນ ແລະ ລາຍການສະແດງສິລະປະຂ່ຳນັບຮັບຕ້ອນງານບຸນວິຫານຮູ່ງ 2018.
ງານບຸນວັດທະນະທຳພື້ນເມືອງຕາມທ້ອງຖະໜົນມີຫົວຂໍ້ວ່າ “ຫວຽດຈີ່ - ນະຄອນແຫ່ງງານບຸນ ກັບເມືອຫາກົກເຄົ້າເຫງົ້າກໍ” ເຊິ່ງລວມມີ 14 ກຸ່ມສະແດງສິລະປະວັດທະນະທຳພື້ນເມືອງ, ລົດຮູບຈຳລອງ 30 ຄັນແບ່ງເປັນ 6 ກຸ່ມຫົວຂໍ້. ງານບຸນຢູ່ຕາມທ້ອງຖະໜົນ ໄດ້ດຶງດູດປະຊາຊົນນະຄອນ ຫວຽດຈີ່ ແລະ ບັນດາເມືອງອ້ອມຂ້າງມາຊົມເປັນຈຳນວນຫຼວງຫຼາຍ. ເອື້ອຍ ຫງວຽນທິຍຸງ, ຢູ່ຕາແສງ ນົງຈາງ, ນະຄອນ ຫວຽດຈີ່ ແບ່ງປັນວ່າ:
“ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ຮັບຊົມງານບຸນຢູ່ຕາມທ້ອງຖະໜົນໃນໂອກາດງານບຸນບູຊາເຈົ້າຊີວິດຮູ່ງ. ຜ່ານງານບຸນ ຂ້າພະເຈົ້າໄດ້ຊົມ, ຕົວຢ່າງຄືພິທີແຫ່ຊ້າງ ດາວຊ໋າ, ງານບຸນປູກເຂົ້າ… ໄດ້ເຫັນປະຈັກຕາຄືແນວນີ້ມ່ວນທີ່ສຸດ. ມື້ນີ້, ຂ້າພະເຈົ້າເອົາລູກໄປເບິ່ງນຳ ເພື່ອໃຫ້ພວກຫຼານຊອກຮູ້ຕື່ມກ່ຽວກັບພື້ນຖານວັດທະນະທຳຂອງແຂວງ”
ພາຍຫຼັງງານບຸນພື້ນເມືອງຕາມທ້ອງຖະໜົນແລ້ວ ແມ່ນລາຍການສະແດງສິລະປະດ້ວຍຫົວຂໍ້: “ກົກເຄົ້າເຫງົ້າກໍທີ່ສັກສິດ - ເຂດດິນແດນເຈົ້າຊີວິດຮູ່ງ” ດ້ວຍບັນດາບົດເພງຍ້ອງຍໍຊົມເຊີຍບຸນຄຸນຂອງເຈົ້າຊີວິດຮູ່ງ, ກ່ຽວກັບເຂດດິນແດນກົກເຄົ້າເຫງົາກໍ ຮູ່ງເວືອງ.
(ແຫຼ່ງຄັດຈາກ VOV)