• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂົນ​ສົ່ງ​ສິນ​ຄ້າ​ໄປ​ຍັງ​ເມືອງ​ເກາະ​ເຈື່ອງ​ຊາ​ເພື່​​ອຮັບ​ໃຊ້​ບຸນ​ເຕັດ

ຕອນບ່າຍວັນທີ 21 ທັນວາ, ຢູ່ກອງທັບເຮືອເຂດ 4 (ກາມແຣັງ, ແຂວງແຄັງຮ່ວາ), ກອງບັນຊາການກອງທັບເຮືອເຂດ 4 ໄດ້ຈັດພິທີສົ່ງບັນດຄະນະໄປອວຍພອນພະນັກງານ, ນັກຮົບ, ປະຊາຊົນ ແລະ , ພະສົງສາມະເນັດ, ນັກບວດໃນບັນດາເກາະຂຶ້ນກັບເມືອງເກາະ ເຈື່ອງຊາ ແຂວງແຄັງຮ່ວາ ເນື່ອງໃນໂອກາດບຸນເຕັດໃກ້ຈະວຽນມາ.

(
ພາບ: qdnd.vn)

ການເດີນທາງໄດ້ຢືນຢັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ, ກະຊວງປ້ອງກັນປະເທດ, ເຫຼົ່າທັບເຮືອ ແລະ ປະຊາຊົນທີ່ມີຕໍ່ພາລະກິດປົກປັກຮັກສາອະທິປະໄຕເຂດໝູ່ເກາະທະເລຂອງຊາດ. ພົນເຮືອໂທ ຫງວຽນດຶກເວື້ອງ, ຫົວໜ້າການເມືອງກອງທັບເຮືອເຂດ 4 ໃຫ້ຮູ້ວ່າ:

   ນີ້ແມ່ນແຫຼ່ງລະດົມກຳລັງໃຈອັນໃຫ່ຍຫຼວງທີ່ມີຕໍ່ພະນັກງານ, ນັກຮົບ ແລະ ປະຊາຊົນໃນເຂດໝູເກາະເຈື່ອງຊາ, ສະແດງໃຫ້ເຫັນອາລົມຈິດພິເສດ, ຄວາມເອົາໃຈໃສ່ຂອງອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງ ແຄັງຮ່ວາ ຕໍ່ພະນັກງານ, ນັກຮົບໃນເຂດໝູ່ເກາະ ເຈື່ອງຊາ.

   ໃນວັນດຽວກັນ, ຢູ່ແຂວງແຄັງຮ່ວາ ໄດ້ຈັດພິທີອັດການແຂ່ງຂັນຕີກອບ “ເພື່ອເຈື່ອງຊາທີ່ຮັກແພງ”. ການເຄື່ອນໄຫວໂດຍບໍລິສັດ ກາມແຣັງ ຈຳກັດ, ວິທະຍຸກະຈາຍສຽງຫວຽດນາມ ແລະ ກອງທັບເຮືອເຂດ 4 ສົມທົບກັນຈັດຂຶ້ນ ເພື່ອສ້າງກອງທຶນໜູນຊ່ວຍທະຫານ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ, ແຂວງແຄັງຮ່ວາ. ຄະນະຈັດຕັ້ງໄດ້ຮັບເງິນສະໜັບສະໜູນຈຳນວນ 6.3 ລ້ານໂດລາສະຫະລັດ. ທ່ານ ຫງວຽນເທກີ, ຜູ້ອຳນວຍການໃຫ່ຍ ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ:

      ການແຂ່ງຂັນໄດ້ມຸ່ງໄປເຖິງການເຊື່ອມຕໍ່ລະຫວ່າງບັນດາຜູ້ມີໃຈບຸນໃຈກຸສົນ, ບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ ເພື່ອສ້າງການປະກອບສ່ວນທີ່ແທດຈິງໃຫ້ແກ່ທະຫານ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ. ຈຳນວນເງິນທີ່ໄດ້ຮັບຈາກການເຄື່ອນໄຫວດັ່ງກ່າວ ຈະຖືກນຳໃຊ້ເຂົ້າໃນການສ້າງລະບົບເຄື່ອງຕອງນ້ຳເຄັມໃຫ້ເປັນນ້ຳຈືດ ເພື່ອຮັບໃຊ້ໃຫ້ແກ່ການດຳເນີນຊີວິດໃນເກາະຈຳນວນໜຶ່ງ ທີ່ຍັງປະສົບກັບຄວາມຫຍຸ້ງຍາກ. ພ້ອມກັນນັ້ນ, ຄະນະຈັດຕັ້ງຍັງມອບທຶນສຶກສາໃຫ້ລູກຫຼານບັນດາຄອບຄົວໃນໝູ່ເກາະ, ລູກຫຼານນັກຮົບ, ພະນັກງານພວມປະຕິບັດງານຢູ່ ເຈື່ອງຊາ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ຕ້ອງ​ມີ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ເພື່ອ​ພ​ັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ

ຕ້ອງ​ມີ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ເພື່ອ​ພ​ັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ

ສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີຕໍ່ຫຼາຍນະໂຍບາຍໂດຍລັດຖະບານສະເໜີໃນຮ່າງມະຕິວ່າດ້ວຍການທົດລອງປະຕິບັດບາງນະໂຍບາຍແກ້ໄຂຂໍ້ຕິດຂັດໃນການເຄື່ອນໄຫວດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ.

Top