ຕອນເຊົ້າວັນທີ 30 ສິງຫາ, ເຫດການຍ່າງເພື່ອສຸຂະພາບທົ່ວປະເທດ "ກ້າວໄປພ້ອມກັບຫວຽດນາມ" ຄັ້ງທີ 2 ໄດ້ຈັດຂຶ້ນພ້ອມກັນຢູ່ 34 ແຂວງ, ນະຄອນ, ສືບຕໍ່ເສັ້ນທາງທີ່ໜັງສືພິມ ເຍິນເຢິນ ແລະ ກະຊວງຕຳຫຼວດ ໄດ້ເລີ່ມແຕ່ປີ 2025. ໃນປີ 2026, ໂຄງການຍັງມີການຮ່ວມເດີນທາງຂອງກະຊວງປ້ອງກັນປະເທດ ແລະ ສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ.
ຢູ່ ຮ່າໂນ້ຍ, ງານດັ່ງກ່າວໄດ້ຈັດຂຶ້ນຢູ່ ສະໜາມຫຼວງ ດົງກິງເຫງີຍທຸກ ແລະ ສະໜາມຫຼວງ ບາດິ່ງ. ກ່າວຄຳເຫັນຊີ້ນຳໂຄງການ, ທ່ານ ພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕີລາຄາສູງຕໍ່ຄວາມຄິດສ້າງສັນ ແລະ ວິທີການໃໝ່ຂອງໂຄງການ, ພ້ອມທັງສະເໜີໃຫ້ຄະນະຈັດງານຄົ້ນຄວ້າຮັກສາໂຄງການນີ້ໃຫ້ກາຍເປັນກິດຈະກຳປະຈຳປີ, ນັບມື້ນັບມີຄວາມແທດຈິງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ; ເຊື່ອມໂຍງຢ່າງແໜ້ນແຟ້ນກັບບັນດາຂະບວນການແຂ່ງຂັນຮັກຊາດ, ບັນດາການຂົນຂວາຍໃຫຍ່. ຈາກການຮ່ວມແຮງຮ່ວມໃຈຂອງປະຊາຊົນຫຼາຍລ້ານຄົນ ຈະສ້າງແຫຼ່ງກຳລັງອັນຍິ່ງໃຫຍ່ ເພື່ອຫັນຄວາມມຸ່ງຫວັງໃນການສ້າງສາປະເທດຫວຽດນາມ ໃຫ້ເຂັ້ມແຂງ, ຮັ່ງມີ, ວັດທະນາຖາວອນ, ສີວິໄລ ແລະ ຜາສຸກ ໃຫ້ປະກົດຜົນເປັນຈິງ.






