• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນຍ ຈັດຫຼາຍການເຄື່ອນໄຫວວັດທະນະທຳໃນໂອກາດວັນຊາດ

ບັນດາການເຄື່ອນໄຫວຢູ່ ວັນມຽວ - ກວກຕືຢ໋າມ, ຄຸກຫ໋​ວາຫຼໍ່, ຫໍ​ພິ​ພິ​ຕະ​ພັນຮ່າໂ​ນ້ຍ ແລະ ສະ​ຖານ​ທີ່ຮ່ອງ​ຮອຍຫຼາຍແຫ່ງ ກໍ່ໄດ້ຈັດບັນດາການເຄື່ອນໄຫວລົງ​ຕົວ​ຈິງ, ງານວາງສະແດງ, ການພົບປະແລກປ່ຽນ ແລະ ສຶກສາຮັກສາມໍລະດົກ.
  (ພາບປະກອບ: VNA)  

ເນື່ອງໃນໂອກາດວັນພັກ​ສະຫຼອງ 81 ປີວັນຊາດ 2 ກັນຍາ, ນະຄອນຫຼວງ ຮ່າໂນຍ ໄດ້ຈັດບັນ​ດາກິດ​ຈະ​ກຳວັດທະນະທຳສິລະປະ, ການທ່ອງທ່ຽວ ຢ່າງອຸດົມສົມບູນ ແລະ ກວ້າງຂວາງ, ຫຼາຍລາຍການໄດ້ຈັດ​ຂຶ້ນ​ຢູ່ບັນດາຕາແສງທີ່ຫ່າງໄກຈາກໃຈກາງເພື່ອຮັບໃຊ້ປະຊາຊົນ.

ລະອຽດຄື ໃນວັນທີ 31 ສິງຫາ, ໂຮງລະຄອນຮ້ອງເພງ, ຟ້ອນ ດົນ​ຕີ ທັງລອງ/ ໂຮງລະ​ຄອນສິລະປະກາ​ຍະ​ສິ ແລະ ການ​ສະ​ແດງ​ເວ​ທີຮ່າໂນຍ/ໂຮງລະຄອນກາຍເລືອງຮ່າໂນຍ/ໂຮງລະຄອນຟ້ອນ​ຕຸກ​ກະ​ຕານ້ຳ ທັງລອງ ຈະປະຕິບັດບັນດາລາຍການສິລະປະຢູ່ ຕາແສງ ດານ​ເຟືອງ, ຕາແສງ ມິງ​ເຈົ້າ, ຕາແສງ ບາດ​ຈ່າງ, ຕາແສງ ດ້​າຍ​ຊວຽນ. ວັນທີ 1 ແລະ 2 ກັນຍາ, ໂຮງລະຄອນຈັບ​ແຈ່ວ ​ຮ່າ​ໂນ້ຍ ຈະປະຕິບັດລາຍການສິລະປະຂະໜາດໃຫຍ່ຢູ່ບໍລິເວນສວນດອກໄມ້ ວິຫານ ບ່າ​ກ້ຽວ, ຖະໜົນ ຮວ່ານກຽມ. ໂດຍສະເພາະແມ່ນໃນວັນຊາດ 2 ກັນຍາ, ຫຼາຍລາຍການສິລະປະໄດ້ຈັດຂຶ້ນຢູ່ສະໜາມຫຼວງສະໜາມກິລາ ໝິ​ດິ່ງ; ສວນສາທາລະນະ ໂທ້ງ​ເຍິດ, ສວນດອກໄມ້
ຫຼາກ​ລອງກວັນ...

ບັນດາການເຄື່ອນໄຫວຢູ່ ວັນມຽວ - ກວກຕືຢ໋າມ, ຄຸກຫ໋​ວາຫຼໍ່, ຫໍ​ພິ​ພິ​ຕະ​ພັນຮ່າໂ​ນ້ຍ ແລະ ສະ​ຖານ​ທີ່ຮ່ອງ​ຮອຍຫຼາຍແຫ່ງ ກໍ່ໄດ້ຈັດບັນດາການເຄື່ອນໄຫວລົງ​ຕົວ​ຈິງ, ງານວາງສະແດງ, ການພົບປະແລກປ່ຽນ ແລະ ສຶກສາຮັກສາມໍລະດົກ. ສະເພາະຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ, ທາງນະຄອນໄດ້ຈັດເຫດການ “ບຸນເຕັດ​ເອກະລາດຢ່າງມ່ວນຊື່ນ” ດຳເນີນເປັນເວລາ 5 ວັນ ແຕ່ວັນທີ 29 ສິງຫາ ເຖິງ ວັນທີ 2 ກັນຍາ. ຈຸດພົ້ນເດັ່ນໃນບັນ​ດາ​ກິດ​ຈະ​ກຳຊົມເຊີຍວັນຊາດຢູ່ ນະຄອນຫຼວງ ແມ່ນ ລາຍການຍິງບັ້ງໄຟດອກ ໃນວັນທີ 2 ກັນຍາ ຢູ່ 5 ຈຸດຍິງ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ - Kyrgyzstan: ​ປັບ​ປຸງການພົວພັນມິດຕະພາບ, ຍົກສູງລັດທິຫຼາຍຝ່າຍ

ຫວຽດນາມ - Kyrgyzstan: ​ປັບ​ປຸງການພົວພັນມິດຕະພາບ, ຍົກສູງລັດທິຫຼາຍຝ່າຍ

ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ ຮອງປະທານປະເທດ ຫວຽດ​ນາມ ຈະມີການເຄື່ອນໄຫວປະຕິບັດງານຢູ່ Kyrgyzstan ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ເປີດກວ້າງອົງການຮ່ວມມືຊຽງໄຮ (SCO). ເລື່ອງ Kyrgyzstan ,ປະ​ເທດປະທານໝູນວຽນຂອງ SCO ອາຍຸການ 2025 - 2026, ໄດ້ເຊີນ ຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແມ່ນສະແດງໃຫ້ເຫັນຄວາມເອົາໃຈໃສ່ຕໍ່ບົດບາດ, ຖານະ ແລະ ການປະກອບສ່ວນຕ່າງໆຂອງ ຫວຽດນາມ.

Top